Bakka Magazine

Volume 4, January-December 2010

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Thursday, July 29, 2010 6:03 pm EST

ສິນໄຊ ສັງ ແລະ ສີໂຫ ຜະຈົນໄພໂລກ ຕອນທີ 1

The Adventure of Sinxai, Sang and Siho: an Adaptation of the Lao Epic Poem, Sinxai: Phangkham Composes Sang Sinxai

(ສັງຂ໌ສິລປ໌ໄຊ ເປັນວັນນະຄະດີຄຳກອນຊັ້ນຍອດຂອງລາວ. ທ້າວປາງຄຳ ນັກປະພັນເອກແຫ່ງກຣຸງສຣີສັຕນານະຫຸດວຽງຈັນ ເປັນຜູ້ແຕ່ງເຣື່ອງໃນສະໄໝ ພ.ສ. 2193 ແລະ ກວດທານໂດຍ ທ່ານ ມະຫາ ສີລາ ວິຣະວົງສ໌ ໃນ ພ.ສ. 2512. ຂ້າພະເຈົ້າໄດ້ນຳເອົາເຣື່ອງນີ້ມາຂຽນເປັນບົດລະຄອນ.)

ມີນະຄອນນຶ່ງ ຊື່ເມືອງເປັງຈາລ ໃນເມືອງເປັງຈາລ ມີຄົນທຽວໄປມາຫາສູກັນຢ່າງຫລວງຫລາຍ ມີແມ່ນ້ຳພັດຜ່ານລອງມາເປັນສາຍໆ ຊາວສະເພົາກໍ່ທຽວໃຊ້ໄປມາຫາຄ້າຂາຍ. ວັດວາອາຮາມກໍ່ຮຸ່ງເຮືອງ ຫລັງຄາຫໍຜາສາດກໍ່ມຸງໃສ່ທອງແດງ ແລະ ໃນເມືອງນີ້ ພຣະຍາກຸສຣາຊເປັນເຈົ້າຄອງເມືອງ. ກຸສຣາຊເປັນຫົວໜ້າກອງທັບທະຫານເປັນພັນໆຄົນ. ເສນາມະຫາອາມາດຄອຍຍາມເຝົ້າຕ້ານສັດຕູ. ຢູ່ໃນເລົ້າ ມີຊ້າງແລະມ້າເປັນຮ້ອຍເປັນພັນ. ມີຄົນຄອຍເກີື່ອອາຫານແລະແອບຟ້ອນໃຫ້ພວກມັນ. ຊາວເມືອງໃກ້ຄຽງກໍ່ຢາກມາເປັນມິດ ເພາະຮູ້ວ່າເມືອງເປັງຈາລຮັງມີອຸດົມສົມບູນຫຣາຍ.

ພຣະຍາກຸສະຣາຊມີມະເຫສີຫລວງຊື່ ນາງຈັນທາ. ນາງມີຮູບສົມງານສຳກັນກັບວ່າຮູບປັ້ນແກະໃນນະຄອນວັດອັງກໍ. ສາວໃຊ້ເປັນໝື່ນຄອຍເຝົາບົວລະບັດ. ພຣະຍາກຸສຣາຊມີນ້ອງສາວພຽງຜູ່ດຽວ ຊື່ວ່າ ນາງສາວ ສຸມຸນທາ ຊຶ່ງເປັນມິ່ງໃຈເມືອງຂອງພຣະຍາຫລາຍ. ທຸກໆທ້າວຈາກໝື່ນກວ່າເມືອງ ພໍໄດ້ຍິນຄົນອື່ນໆເລົ່າເຖິງເຣື່ອງຄວາມງາມຂອງນາງໃຫ້ຟັງແລ້ວ ກໍ່ພາກັນຫລົງໄຫລຮັກມັກທັນທີ່ ແລະ ສົ່ງສາຣໄປຂໍພຣະຍາກຸສຣາຊເພື່ອໝາຍເອົານາງມາເປັນເມັຽ. ແຕ່ພຣະຍາກຸສຣາຊບໍ່ຍອມຍົກນາງໃຫ້ໃຜ ເພາະ ນາງມີຄຸນຄ່າກວ່າສັບສົມບັດໃດໆ.

ພຣະຍາກຸສຣາຊສັງໃຫ້ສອງພີ່ນ້ອງ ນາງສາວຄຳອອນ ແລະ ເອື້ອຍມຸ່ງ ໃຫ້ຄອຍຮັບໃຊ້ບົວລະບັດນາງສາວສຸມຸນທາບໍ່ຂາດ.

ການເລົ່າລືຂອງຄວາມງາມນາງສາວສຸມຸນທາ ດັງໄປເຂົ້າຫູກຸມພັນ ເຈົ້າຄອງເມືອງອະໂນຣາຊ ຊຶ່ງເປັນເມືອງຄູ່ແຂ່ງເມືອງເປັງຈາລ. ເມື່ອກຸມພັນໄດ້ຍິນແລ້ວ ທ້າວກໍ່ຟ້າວສເດດຂຶ້ນໄປເທິງຟ້າ ເຂົ້າເຝົ້າໄປປຶກສາຖາມເຈົ້າເວສສຸວັນ…

< Back to Front Page.