ຂ້າພຣະເຈົ້າ ຍັງມີຄວາມຊົງຈຳໄດ້ດີຢູ່່່ວ່່າ, ເວລາຍັງເປັນເດັກນ້ອຍ ຢູ່ເມືອງລາວ, ທຸກໆປີ ພໍຕົກເຖີງ ຣະດູຮ້ອນ ລະຫວ່າງ ເດືອນ ເມສາ ຫາ ພຶສພາ, ຕົ້ນໄມ ້ຈະເຕັມໄປດ້ວຍ ໃບຂຽວ, ຕຶບໜາ ແລະ ມີໝາກໄມ້ຕ່າງໆ. ດິນຟ້າອາກາດ ຈະຮ້ອນເອົ້າ, ມີ ຟ້າລົມ, ຝົນຕົກ, ຟ້າຮ້ອງ, ຟ້າແມ້ບ ແລະ ຟ້າຜ່າ. ພໍຕົກແລງມາ ບັນດາກົບ, ຂຽດ ທັງຫລາຍ ຈະພາກັນຮ້ອງເປັນແຊວໆ ຝົດສະໜັ່ນ ຢູ່ຕາມໜອງນ້ຳ. ພໍຕາເວັນຮຸ່ງຂຶ້ນເປັນ ວັນໃໝ່ ພໍແຕ່ແດດກ້າອອກມາ ບັນດາແມງໄມ້ຕ່າງໆເຊັ່ນວ່າ: ແມງອີ ແລະ ແມງງວງ ພາກັນຮ້ອງໂຮ່ເປັນແຊວໆ, ມີສຽງຂຶ້ນສຽງລົງ ຟັງແລ້ວຄືກັບສຽງ ຊິມໂຟນີ ອໍແກັສຕຣາ ໂດຍສະເພາະຢ່າງຍິ່ງ ແມ່ນສຽງ ແມງຈັກຈັ່ນ ຕາໂປ, ທ້ອງໂຄ່ງ, ປີກບາງເຫລື້ອມ ແລະ ມີຂາເປັນ ໜາມ ພາກັນຈັບເກາະຢູ່ຕາມຕົ້ນໄມ້. ຜະຫຍາລາວ ໄດ້ກາ່ວໄວ້ວ່າ: ມີແຕ່ພາກັນ ຮ້ອງລໍາທໍາເພງ, ມ່່ວນຊື່ນຣື່ນເຣີງ, ບໍ່ເຮັດວຽກເຮັດການ. ໝາຍເຖິງ ພວກນັກຮ້ອງ ຂີ້ຄ້ານ, ໄດ້ແຕ່ພາກັນມ່ວນກັນ ຊື່ນ, ຮອ້ງລຳທຳເພງ, ທ້ອງແຫ້ງທ້ອງໂຄ່ງ ຄືກັນກັບ ແມງຈັກຈັ່ນ.
ແມງຈັກຈັ່ນ ແລະ ແມງໄມ້ຫລາຍໆສະນິດ ລ້ວນແລ້ວແຕ່ເປັນ ອາຫານພື້ນເມືອງ ຂອງຄົນລາວ ທີ່ເຕັມໄປດ້ວຍ ໂປຣຕີນ ເຊັ່ນວ່າ ແມງເມົ່າ, ແມງແຄງ, ແມງຈີ່ນູ່ນ, ຕັກແຕນ, ຈີ່ຫຼໍ່ ແລະ ຈີ່ນາຍ ເລົ່ານີ້ເປັນຕົ້ນ. ການທີ່ຈະນໍາເອົາ ແມງຈັກຈັ່ນ ມາກິນໄດ້ນັ້ນ, ມັນຈະບໍ່ເປັນທີ່ງ່າຍດາຍ ແລະ ຈະຕ້ອງ ໄດ້ໃຊ້ວິທີການຫລາຍຢ່າງ ເຊັ່ນວ່າ: ຊອກຈັບເອົາ ໃນເວລາມັນບິນຕົກລົງມາ ແລະ ໃຊ້ໄມ້ສ້າວ ຍາວໆທ່ີມີ ຄັງໜຽວ ຢູ່ທາງປາຍ ເພື່ອຕິດເອົາ ແມງຈັກຈັ່ນ ທ່ີພາກັນຈັບຢູ່ຕາມຕົ້ນໄມ້, ບາງຄົນ ປໍ້າຕົ້ນໄມ້ ເກັບເອົາ ແມງຈັກຈັ່ນ.
ບັນດາແມງຈັກຈັ່ນ ແລະ ແມງໄມ້ທັງຫລາຍເລົ່ານີ້ ຈະນໍາເອົາມາລ້າງດີໆ, ຂົ້ວໃສ່ເກືອ ພໍໃຫ້ສີ ເຄັມໆຫນ້ອຍຫນຶ່ງ ຫລື ນໍາມາເຮັດແຈ່ວກິນ. ນອກຈາກນີ້ແລ້ວ ບັນດາແມງໄມ້ເລົ່ານີ້ ຈະເຫັນວາງໃສ່ໃບຕອງຂາຍ ຢູ່ຕາມຕະຫລາດ. ປັດຈຸບັນນີ້ ຢູ່ທີ່ເມືອງລາວ ຕາມຮ້ານອາຫານ ແຄມຂອງ, ບັນດາແມງໄມ້ເລົ່ານີ້ ເປັນອາຫານ ກິນຫລິ້ນ, ຫຍໍ້າກອບໆ ແກ້ມກັບ ເບັຽລາວ ເຢັນໆ, ນັ່ງເບິ່ງ ແມ່ນໍ້າຂອງໄຫລ.
ໂອ້ຍ, ແຊບອີ່ຫຼີ!
ບັດນີ້ ລອງຫັນມາຟັງເບິ່ງ ແມງຈັກຈັ່ນ ອະເມຣິກັນ ວ່າມັນມີຄວາມແຕກຕ່າງຢ່າງໃດ. ແມງຈັກຈັ່ນ ພາສາອັງກິດ ຮ້ອງວ່າ ຊິກຄາດາ (cicada). ແມງຈັກຈັ່ນ ອະເມຣິກັນ ສະນິດ ແມຈິກຄາດາ (Magicada) ພາກັນວາງໄຂ່ຂອງມັນ ໄວ້ຢູ່ຕາມ ຮາກຕົ້ນໄມ້ ໃຕ້ຂີ້ດິນ, ລ້ຽງດູດ້ວຍການ ດູດກິນນໍ້າຮາກໄມ້ ແລະ ຈະພາກັນຢູ່ທີ່ນັ້ນເປັນເວລາ 17 ປີ, ຈຶ່ງພາກັນດຸດພົ້ນຂຶ້ນມາ. ແມງຈັກຈັ່ນ ຈະປະກົດອອກມາໃຫ້ເຫັນຢູ່ ບາງຣັຖ ທາງພາກຕາເວັນອອກ ຂອງ ສະຫະຣັຖ ອະເມຣິກາ ເຊັ່ນວ່າ : ຣັຖອິນດີແອນນາ, ຣັຖເຄັນທັກກີ, ຣັຖໂອ່ຮາຍໂອ້, ຣັຖເທັນນະຊີ, ຣັຖຈໍເຈັຍ, ຣັຖເວີຈິເນຍ, ຣັຖແມຣີແລນ, ຣັຖແມສເຊັດຊູເຊັດ, ຣັຖນິວຍ໊ອກ, ຣັຖນິວເຈີຊີ, ແລະ ຣັຖຄອນເນັກຕິກັດ ເລົ່ານີ້ເປັນຕົ້ນ.
ໃນລະຫວ່າງ ເດືອນເມສາ ຫາ ເດືອນພຶສພາ, ພໍແຕ່ອາກາດເລີ້ມຮ້ອນເອົ້າ, ພວກຈັກຈັ່ນນ້ອຍ ເວລານີ້ຍັງເປັນ ໂຕຂາວນ້ອຍໆ ແລະ ມີເນື້ອໜັງເຕັມໂຕ, ພາກັນດຸດພົ້ນຂຶ້ນມາຈາກພື້ນດິນ ເປັນໂກດໆໂຕ. ມັນຈະພາກັນຈັບ ຫ້ອຍເກາະກັນ ເປັນຄືພ່ວງດອກໄມ້ ຢູ່ຕາມຟຸ່ມໄມ້, ເກາະຢູ່ຕາມຝາເຮືອນ ແລະ ກົກເສົາຕ່າງໆ ແລະ ຈະເຕີບໂຕ ເປັນຮູບຫ່າງຢ່າງວອງໄວ. ເວລານີ້ເອງ ບັນດາຄົນລາວ ແລະ ຊາວເອເຊັຽ ຜູ້ທີ່ຮູ້ຈັກຄຸ່ນຄ່າ ລົດແຊບຂອງ ແມງຈັກຈັ່ນ, ເຂົາເຈົ້າຮີບຟ້າວພາກັນເກັບເອົາ ແມງຈັກຈັ່ນນ້ອຍ ໃສ່ຖົງຢາງຊິບລັອກຫັດເອົາໄວ້ ແລ້ວນໍາເອົາໄປໄວ້ໃນ ຕູ້ເຢັນນໍ້າກ້ອນຟຣີເຊີ ເພື່ອເກັບໄວ້ກິນ ໃນລະຍະຍາວ. ເວລາແມງຈັກຈັ່ນໃຫ່ຍຂຶ້ນມາ ມີປີກສາມາດ ບິນໄດ້, ໂຕໃຫ່ຍຈະຢູ່ເທິງຕົ້ນໄມ້, ມັນຈະປະສົມພັນກັນ, ອອກໄຂ່ , ຕົກລົງມາຂີ້ດິນ ແລ້ວກໍຕາຍ. ແມງຈັກຈັ່ນ ຈະມີຊີວິດຢູ່ໄດ້ພຽງແຕ່ ສາມສິບ ຫາ ສີ່ສິບ ມື້ເທົ່ານັ້ນ. ໃນລະຍະຫນຶ່ງອາທິດ ແມງຈັກຈັ່ນ ຕາແດງ, ທ້ອງໂຄ່ງ, ປີກເຫື້ລອມ ຈະພາກັນບິນຢ່າງ ມືດຟ້າມົວຝົນ, ຕໍາລົດຕໍາລາງ, ຕົກລົງລົດຢຽບ ແປຕິດ ກັບ ຖຫນົນຫົນທາງ ຖ້າຫາກ ຄົນຂັບລົດ ບໍ່ປິດແວ່ນລົດດີໆ, ແມງຈັກຈັ່ນ ຈະພາກັນບິນເຂົ້າໄປ ເກະກະ ເປັນເຫດໃຫ້ເກີດ ອຸປະຕິເຫດ ລົດຕໍາກັນ. ຫົວຂໍ້ຂ່າວໃຫ່ຍ ຈະພາດຫົວເລື່ອງຕ່າງໆນາໆ ກ່ຽວກັບ ແມງຈັກຈັ່ນ ພາກັນອອກອາລະວາດ ຊາວບ້ານຊາວເມືອງ. ບຸກຄົນທີ່ມີຄວາມຢ້ານກົວ ຂີ້ດຽດ ແມງຈັກຈັ່ນ ຈະພາກັນ ລີ້ຊ້ອນ ບໍ່ກ້າອອກມານອກເຮືອນ, ປົກປິດຟຸ່ມໄມ້ ແລະ ດອກໄມ້ຕ່າງໆ ເພາະວ່າ ແມງຈັກຈັ່ນ ພາກັນມາເກາະກັດກິນ ຈົນກຸດຈົນຫ້ຽນ.
ຊາວອະເມຣິກັນ ຜູ້ມີຄວາມກ້າຫານ ຈະພາກັນສະແດງ ໂດຍການນໍາເອົາ ແມງຈັກຈັ່ນ ມາກິນເຊັ່ນວ່າ: ອົບແມງຈັກຈັ່ນ ໃຫ້ມັນກອບໆ ແລ້ວມາຈຸ່ມໃສ່ກັບ ຊ໊ອກໂກແລດ ກິນກັນ ຢ່າງມີຄວາມອົງອາດ ກ້າຫານ ແລະ ຖ່າຍຮູບ ອອກເປັນຂ່າວໂທຣະທັດ ຢ່າງໃຫ່ຍ. ນອກຈາກນັ້ນອີກແລ້ວ ພວກນົກໜູ່ປູປີກ ພາກັນສະໜຸກສະໜານ ກິນແມງຈັກຈັ່ນ ຢ່າງລົ້ນເຫລືອ. ຖ້າຫາກວ່າ ມັນເປັນທ່ີຖືກຕ້ອງຕາມ ກົດໝາຍ ຂອງ ລະບຽບການບ້ານເມືອງ ແລະ ຖືກຕ້ອງຕາມລັກອະນະໄມ, ບັນດາແມງຈັກຈັ່ນ ທັງຫລາຍເລົ່ານີ້ ສົມຄວນທ່ີຈະເກັບຍັດໃສ່ຖົງ ແລ້ວນໍາສົ່ງຂາຍ ເປັນສິນຄ້າອອກ ສູ່ບັນດາປະເທດເອເຊັຽຕ່າງໆ ເຫັນວ່າຈະເປັນການດີ.
ຂ້າພຣະເຈົ້າ ຜູ້ເປັນ ລູກລາວຫລານລາວ, ເກີດໃຫ່ຍ ຢູ່ໃນເມືອງລາວ ແລະ ເຄີຍໄດ້ກິນ ແມງໄມ້ທຸກໆສະນິດ. ເພາະສະນັ້ນ ມັນບໍ່ເປັນທີ່ຢ້ານກົວ ແຕ່ປະການໃດ, ໃນຊ່ວງເວລາ ເຫດການອົນລະວົນ ແມງຈັກຈັ່ນ ນີ້ເອງ, ຂ້າພຣະເຈົ້າ ໄດ້ນໍາເອົາ ແມງຈັກຈັ່ນ ມາຂົ້ວໃສ່ໄຂ່ ແລະ ເກືອຫນ້ອຍຫນຶ່ງ, ກິນແລ້ວ ແຊບອີ່ຫລີ. ຫລັງຈາກນັ້ນ ກໍໄດ້ນໍາເອົາ ຂົ້ວຈັກຈັ່ນ ໃສ່ຖົງຢາງນ້ອຍ ໄປສູ່ໝູ່ກິນທີ່ໂຮງການ. ພໍແຕ່ ຂ້າພຣະເຈົ້າ ໄຂຖົງຢາງເຊີນກິນ, ບັນດາສຸພາບສັດຕີຣ ພາກັນຮ້ອງໂຮ່ສະນ່ັນ ແລ່ນໜີ ປິດໜ້າປິດຕາ ຢ່າງບໍ່ມີບ່ອນໄວ້. ຂ່າວລືຊາຂອງຄວາມອົງອາດກ້າຫານ ວ່າ ມິສເຕີ ກິງ ກິນແມງຈັກຈັ່ນ ດັງກ້ອງອອກໄປຢ່າງວ່່ອງໄວ ຢູ່ໃນຕຶກຫ້ອງການ. ບາງຄົນໄດ້ພາກັນຂຽນສ່ົງ ອີເມລ (email) ມາຖາມວ່າ ລົດຊາດ ແມງຈັກຈັ່ນ ເປັນຢ່າງໃດ ແລະ ເປັນຫຍັງຈຶ່ງກິນ.
ຖ້າຫາກທ່ານຜູ້ອ່ານ ມີຄວາມສົນໃຈ ຢາກເບິ່ງຢາກເຫັນ ແມງຈັກຈັ່ນ ອະເມຣິກັນສະນິດ ແມຈິກຄາດາ ວ່າເປັນໂຕຕົນແບບໃດ, ທ່ານກໍເລີ້ມນັບມື້ນັບວັນໄວ້ໂລດ ເພາະວ່າ ມັນຈະປະກົດໂຕອອກມາອາລະວາດ ແລະ ໃຫ້ເຮົາໄດ້ກິນອີກໃໝ່ ໃນປີ 2021.
