Bakka Magazine

Volume 4, January-December 2010

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Thursday, July 29, 2010 6:11 pm EST

ຄຳສັບທີ່ຂຽນຜິດໃນສະບັບ ເດືອນມົກຣາ

Corrections

ເພື່ອປັບປຸງການຂີດຂຽນພາສາລາວໃຫ້ຖືກຕ້ອງຕາມລັກຂຽນຂອງພາສາລາວ ວາຣະສານປາກກາ ຂໍຂອບໃຈທ່ານຜູ່ອ່ານ ທີ່ໄດ້ເສັຽສະຣະເວລາສົ່ງ ຈ.ມ. ຫຼື ອີເມລ໌ ມາແຈ້ງໃຫ້ທາງຄະນະບັນນາທິການໄດ້ຊາບວ່າ ຫຼາຍໆຄຳສັບທີ່ຂຽນເປັນພາສາລາວໃນສະບັບ ເດືອນມົກຣາ ປີ ຄ.ສ. 2008 ນັ້ນ ໄດ້ຂຽນຜິດພາດລົງໄປ.

ທາງຄະນະບັນນາທິການກໍ່ໄດ້ກັບຄືນໄປອ່ານເຣື່ອງລາວຕ່າງໆໃນສະບັບ ເດືອນມົກຣາ ແລ້ວກໍ່ນຳເອົາການກວດຄຳສັບ ຂອງທ່ານຜູ່ອ່ານ ມາແກ້ຄຳສັບຕ່າງໆທີ່ໄດ້ຂຽນຜິດ.

ວາຣະສານປາກກາ ໃຊ້ ວັຈນານຸກົມພາສາລາວ ຂອງກະຊວງສຶກສາທິການ ທີ່ພິມເປັນເທື່ອທີ 2 ໃນ ປີ ພ.ສ. 2505 ເປັນລັກ ໃນການຂີດຂຽນຄຳສັບພາສາລາວ. ຈຸດປະສົງໃຫຍ່ຂອງ ວາຣະສານປາກກາ ແມ່ນຢາກເປີດການສົນທະນາກ່ຽວກັບການ ຂີດຂຽນພາສາລາວ ແລະ ສຸກຍູ້ໃຫ້ມີການສົນທະນາແບບນີ້ ຫຼາຍຂຶ້ນ ເພາະ ການຂີດຂຽນພາສາລາວຍັງບໍ່ມາດຕາຖານເທື່ອ. ດ້ວຍເຫດນີ້ ວາຣະສານປາກກາ ຈຶ່ງໄດ້ເປີດການສົນທະນາເຣື່ອງນີ້ຂຶ້ນ ເພື່ອວ່າ ຄົນລາວ ແລະ ທຸກໆຊົນຊາດຊົນເຜົ່າທີ່ມີເຊື້ອສາຍແລະເກີດຢູ່ໃນເມືອງຫຼືນອກເມືອງລາວ ໃຫ້ອານຸລັກພາສາລາວໄວ້ ເພື່ອວ່າ ພາສາລາວຈະບໍ່ໄດ້ຕົກກາຍເປັນພາສາທີ່ສູນພັນໄປ ດັ່ງ ພາສາ ປາລີ ສານສກຣິດ ແລຕິນ ກຣີກ ຯລຯໃນອະນາຄົດຕໍ່ໆໄປ.

ຂ້ໍສຸດທ້າຍ ວາຣະສານປາກກາ ຫວັງວ່າຈະໄດ້ເລີ້ມຂຽນຫຼັກສູດຂອງການຂີດຂຽນພາສາລາວແລະພິມອອກມາເປັນປຶ້ມຢ່າງມາດຕາຖານ ດັ່ງພາສາອັງກິດ.

ການອ່ານພໍ້ຄຳສັບພາສາລາວທີ່ຂຽນຜິດໃນສະບັບ ເດືອນມົກຣາ ແມ່ນສົ່ງມາໂດຍ ທ່ານ ກິ່ງສະຫວັນ ປະຖຳມະວົງ ຜູ່ຕິດຕາມອ່ານ ວາຣະສານປາກກາ ຢູ່ເປັນປະຈຳ ແລະ ທ່ານກໍ່ເປັນຜູ່ທີ່ສົ່ງເຣື່ອງເລົ່າຕ່າງໆນາໆ ມາລົງກັບ ວາຣະສານປາກກາ ຢູ່ເລື້ອຍໆ. ການຊື່ສານດັ່ງນີ້ ເຮັດໃຫ້ ວາຣະສານປາກກາ ເປັນວາຣະສານທີ່ຜູ່ອ່ານແລະນັກຂ່າວອື່ນໆ ເຊື່ອຖືໄດ້ ທີ່ ວາຣາສານປາກກາ ພຍາຍາມປັບປຸງການຂີດຂຽນພາສາລາວໃຫ້ດີຂຶ້ນຢູ່ເປັນປະຈຳ.

ຄຳສັບທີ່ຂຽນຜິດໃນສາມເຣື່ອງທີ່ທ່ານກິ່ງສະຫວັນໄດ້ອ່ານພໍ້ມີດັ່ງນີ້:

ສິນໄຊ ສັງ ແລະ ສີໂຫ ຜະຈົນໄພໂລກ ຕອນທີ 2
ປາກກາຂຽນຜິດ: ໄດ, ໝືນເມືອງ, ດັ່ງກ້ອງ, ທົວໆໄປ, ບອນ, ຫຼັງໄຫຼ, ດັງກ້ອງສະນັນ
ຜູ່ອ່ານຂຽນຖືກ: ໄດ້, ໝື່ນເມືອງ, ດັງກ້ອງ, ທົ່ວໆໄປ, ບ່ອນ, ຫຼັ່ງໄຫຼ, ດັງກ້ອງສໜັ່ນ

ຫຼາຍເຜົ່າພັນຝັງໃນເລບັນນອນ
ປາກກາຂຽນຜິດ: ສິ່ງແວດຣ້ອມ, ແທ່ໆ, ມົດ, ລີກ
ຜູ່ອ່ານຂຽນຖືກ: ສິ່ງແວດລ້ອມ, ແທ້ໆ, ໝົດ, ຫຼີກ

ໄປລົງຄະແນນສຽງເລືອກຕັ້ງ ປີ 2008
ປາກກາຂຽນຜິດ: ອາເມຣກັນ, ຟ້າວຟັ່ງ
ຜູ່ອ່ານຂຽນຖືກ: ອາເມຣິກັນ, ຟ້າວຝັ່ງ

< Back to Front Page.