Bakka Magazine

Volume 2 No. 21

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Sunday, July 06, 2008 3:07 pm EST

ກິນ

The Many Ways to Say "Eat" in Lao

ປູ່່ເຍີ່-ຍ່່າເຍີ່ ຂໍນຳສະເນີທ່່ານ ມາໃນຫົວຂໍ້ເລ່ື້ອງ ຂອງ ຄຳວ່່າ ກີນ.

ກີນ ໜາຍເຖີງ ການເອົາອາຫານ ເຂົ້າໃສ່ໃນປາກ, ຫຍຳ້ແລັວ ອືນລົງໄປໃນທອັງ.  ການກີນແມ່ນພາກປະຕະບັດອັນສຳຄັນທີ່ສຸດ ໃນການລ້ຽງຊີວິດ ປະຈຳວັນ ຂອງມະນຸດ, ບໍ່ວ່າຈະເປັນເຊື້ອຊາດ ແລະ ເຜ່ົາພັນໃດໆກໍຕາມ, ອາຫານ ການກີນ ແມ່ນຮີດຄອງ ປະເພນີ ແຫ່ງການຮັບຕ້ອນ, ໂດຍສະເພາະຢ່າງຍິ່ງ ປະເພນີລາວ ມັກຈະທັກທາຍ ສະບາຍດີ, ຕິດຕາມມາດ້ວຍຄຳວ່າ ກີນເຂົ້າ- ກີນນ້ຳແລັວບໍ່? ບໍ່ວ່າຈະເປັນເວລາໃດ, ຍາມໃດ, ການມາເຖີງຂອງແຂກຄົນດັ່ງກ່າວ, ຈະເປັນທ່ີຮູ້ລ່ວງໜ້າມາກໍຕາມ, ແຂກຄົນຜູ້ນັ້ນຈະໄດ້ຖືກຕ້ອນຮັບຢ່າງອົບອຸ່ນ.

ກີນ ເປັນຄຳເວົ້າ ທ່ີໃຊ້ກ່າວຈາກ ປວງຊົນໂດຍທົ່ວໆໄປ ແບບເປັນກັນເອງ, ແຕ່ວ່າ ເຮົາຈະນຳມາໃຊ້ ຢ່າງທີ່ ບໍ່ຮູ້ຕ່ຳ ບໍ່ຮູ້ສູງ ນັ້ນ ຈະບໍ່ເໝາະສົມເປັນອັນຂາດ. ພາສາ ແລະ ຮີດຄອງ ປະເພນີລາວ ໄດ້ຖືກຫລໍ່ຫລອມ ມາເປັນເວລາຫົກຮ້ອຍກວ່າປີ ຈາກ ປະເພນີ ພຣາມ, ພຸທ ແລະ ຜີ. ພາສາລາວ ເປັນພາສາທ່ີມີຊົນຊັ້ນວັນນະ ແລະ ເວົ້າງ່າຍ ຟັງຍາກ . ເພາະສະນັ້ນ ການເວົ້າ ແລະ ການຂຽນ ຕ້ອງໃຫ້ຖືກຕາມກາຣະເທສະ ຂອງຣະດັບສັງຄົມ. ຖ້າຫາກເຮົາໃຊ້ບໍ່ຖືກມັນຈະແຂງກະດ້າງ ຊື່ງບໍ່ແຕກຕ່າງຫຍັງກັບ ຊາວຕ່າງປະເທດ ທ່ີເລີ້ມຕົ້ນຮຽນພາສາລາວໃໝ່, ຟັງແລັວອາດຈະບໍ່ຄ່ອງຫູໄດ້. ແຕ່ຖ້າຫາກວ່າ ເປັນລູກຄົນລາວ ຫລານຄົນລາວ ແທ້ໆແລ້ວ, ຜູ້ທ່ີອ່ານ ແລະ ຜູ້ທ່ີຮັບຟັງ, ຖ້າຫາກບໍ່ເຂົ້າຫູ ກໍຈະກາຍເປັນເລື່ອງໃໜ່ໄປ. ບຸກຄົນດັ່ງກ່າວ ຈະຖືວ່າ ຮູ້ເທົ່າບໍ່ເຖີງການ, ບໍ່ຮູ້ຈັກຕຳ່-ບໍ່ຮູ້ຈັກສູງ ທັງໜົດຈະເປັນການວັດແທກເຖີງຣະດັບສັງຄົມ ແລະ ຣະດັບການສຶກສາໄດ້.

ຄຳວ່າ ກີນເຂົ້າ ແລະ ກີນອາຫານ ແບ່ງແຍກໃນການໃຊ້ໃຫ້ຖຶກ ຕາມຣະດັບສັງຄົມລາວ ມີດັ່ງຕໍ່ລົງໄປນີ້.

ເຈົ້າຊີວິດ :  ພຣະບາດ ສົມເດັດ ພຣະເຈົ້າ ມະຫາຊີວິດ ຊົງ ສເຫີວຍ (ກີນ) ພຣະອາຫານທ່ຽງ.
ພຣະພິຂຸສົງ : ພຣະອາຈານ ບຸນມີ ສັນ (ກີນ) ເພນ ເວລາ 11 ໂມງຕອນເຊົ້າ.
ສັງຄົມຊັ້ນສູງ : ພວກຂ້າພຣະເຈົ້າ ຂ໋ເຊີນທ່ານ ມາຮ່ວມ ຮັບປະທານອາຫານ (ກີນ) ໃນເວລາ 6 ໂມງແລງ.
ຊົນຊັ້ນ ທຳມະດາ ສາມັນ : ຄຳຫລ້າ ມື້ແລງວັນເສົາ ເຮົາຂໍເຊີນໂຕ ມາຊຸມແຊວ ກີນເຂົ້າ ຢູ່ບ້ານເຮົາ.
ຄຳເວົ້າ ທ່ີຫຍາບຄາຍ : ບັກສີ, ມ່ືງຄືມາ ສະແຕກ, ແດກ. ຍັດຮ່າ (ກີນ) ຫຍັງຫລາຍແທ້?

ເຖີງແມ່ນວ່າ ຊົນຊາດລາວ ໄດ້ຕົກຢາຍກັນຢູ່ທົ່ວໂລກ ມາເປັນເວລາ 30 ກ່ວາປີ ແລະ ຖືກແຊກແຊງຈາກ ວັທນາທັມອື່ນໆກໍດີ, ຖ້າຫາກເຮົາຍັງຖືວ່າ ເຮົາເປັນຜູ່ຫນຶ່ງທ່ີເກີດ ແລະ ໃຫຍ່ເຕີບໂຕມາຈາກ ພື້ນຖານຄອບຄົວ ທ່ີມີຄຸນນະສົມບັດ, ການຮຽນຮູ້ໃຊ້ໃນຄຳວ່າ ກີນ ໃຫ້ຖືກຕ້ອງນັ້ນ, ພໍພ່ຽງແຕ່ເປັນພາກສ່ວນນ້ອຍໆ ໃນຄວາມຮັ່ງມີຂອງພາສາລາວ ແລະ ວັທນາທັມລາວ.  ໂຊກດີ, ພົບກັນໃໝ່ ໃນ ຫົວຂໍ້ໜ້າ.

< Back to Front Page.