Bakka Magazine

Volume 4, January-December 2010

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Thursday, July 29, 2010 6:03 pm EST

ພະຍາກຸສຣາຊອອກຕາມຫານາງ ສຸມຸນທາ ເຖິງເມືອງຈຳປາ

King Gusarath Searches for Princess Sumuntha

(ສັງ ສິນໄຊ ເປັນວັນນະຄະດີຄຳກອນຊັ້ນຍອດຂອງລາວ. ທ້າວປາງຄຳ ນັກປະພັນເອກແຫ່ງກຣຸງ ສຣີສັຕນານະຫຸດວຽງຈັນ ເປັນຜູ່ແຕ່ງເລື່ອງໃນສະໄໝ ພ.ສ. 2193 ແລະ ກວດໂດຍ ທ່ານ ມະຫາ ສີລາ ວິຣະວົງສ໌ ໃນ ພ.ສ. 2512. ຂ້າພະເຈົ້າໄດ້ນຳເອົາເຣື່ອງນີ້ມາຂຽນເປັນບົດລະຄອນ ໃຫ້ທ່ານໄດ້ອ່ານຫລິ້ນ.)

ເມື່ອພະຍາກຸສຣາຊໄດ້ຂໍລາຄູບາອາຈານທຸກໆອົງແລ້ວໆ ພະຍາກໍ່ອອກເດີນທາງຕາມຫານ້ອງສາວ ເດີນທາງເປັນເວລາຫລາຍມື້ ພະຍາກໍ່ໄດ້ມາພົບຊາວແຍ້ ແລະ ຈຶ່ງຮູ້ວ່າ ຕົນໄດ້ເດີນທາງຍ່າງຈາກບ້ານເກີດເມືອງນອນ ມາໄດ້ຫລາຍຮ້ອຍກິໂລເຕີບ ແລະ ກໍ່ໄດ້ເຂົ້າໄກ້ເຖິງຖິນຖານຂອງຊາວເມືອງຈຳປາ.

ພະຍາກຸສຣາຊຍ່າງໄປໆ ແລ້ວຄິດໃນໃຈວ່າ, “ນ້ອງຮັກສຸມຸນທາ ດຽວນີ້ ອ້າຍກໍ່ກຳຫລັງຍ່າງຕາມຫາເຈົ້າຢູ່.”

ເມື່ອພະຍາມາຮອດບ້ານນຶ່ງອີກ ພະຍາກໍ່ອອກບິນທ໌ບາຕເພື່ອເອົາເຂົ້ານ້ຳມາສັນ ແລ້ວ ພະຍາກໍ່ອອກເດີນທາງຕໍ່ ທັງວັນທັງຄືນ ພະຍາຍ່າງຜ່ານປ່າຜ່ານດົງເປັນເວລາສາມເດືອນ ແລ້ວ ພະຍາກໍ່ເລີ້ມເຫັນພູເຂົາ ເປັນຍ່ານໆ ຕັ້ງເຊິງຢູ່ຕໍ່ນ້ຳ ແລະ ເຫັນກໍໄຜເປັນແສນໆກໍ ກາງເຕັມປ່າເປັນເຫລົ່າໆ ອີກບອນນຶ່ງ ພະຍາກໍ່ເຫັນໄຟທີ່ກຳລັງເຜົາດົງຢູ່. ເມື່ອພະຍາເຂົ້າເລິກໄປໃນໆປ່າ ພະຍາກໍ່ໄດ້ຍິນ ໂກກິລາຮ້ອງຮຳ່ຢູ່ບໍ່ເຊົ່າ ນົກຍຸງກໍ່ຮ້ອງປະສານສຽງນຳ ເປັນສຽງ ກຸກກູໆກຸກກູໆກຸກກູໆ ໃນທີ່ສຸດ ກຸສຣາຊກໍ່ໄປເຖິງຕີນພູ ແລະ ໄດ້ຍິນນົກໃສ່ຮ້ອງຂຶ້ນ.

ກຸສຣາຊ ໄຕ່ຂຶ້ນຕີນພູ ແລ້ວກໍ່ມາເຖິງຫ້ວຍເຫວທີ່ມີນ້ຳຕົກຕາດໃຫຍ່ ໄກ້ນ້ຳຕົກຕາດ ມີກ້ອນຫິນໃຫຍ່ກ້ອນນຶ່ງ ພະຍາກໍ່ສັງເກດເຫັນວ່າ ກ້ອນຫິນກ້ອນນັ້ນ ເຄີຍມີຄົນມາເຊົ່າພັກຢູ່ກ່ອນແລ້ວ. ກຸສຣາຊກໍ່ເຂົ້າໄປນັ່ງພັກຜ່ອນໃນກ້ອນຫິນນັ້ນ ແລະ ນັ່ງຊົມເບິ່ງນ້ຳທີ່ກຳລັງເສາະອອກມາຈາກຖ້ຳ ແລ້ວ ພະຍາກໍ່ລັບໄປຕາມໃນຄວາມຄຳຄືນ ດວງເດືອນກໍ່ເປັງແສງຈ້າແຈ້ງທົ່ວທ້ອງຟ້າ.

ເຊົ້າຕໍ່ມາ ພວກນົກກາແລະສັດອື່ນໆ ກໍ່ພາກັນຮ້ອງປະສານສຽງ. “ໂອກອີໂອກໂອກ! ໂອກອີໂອກໂອກ! ໂອກອີໂອກໂອກ! ອຸ໋ອຸ໋!ໆ ອາ໋ອາ໋!ໆ”

ພໍຕືນຂຶ້ນ ກຸສຣາຊກໍ່ບ້ວນປາກຝັດແຂວ ແລະ ເອົານຳມາລ້າງນິ້ວແລະສ່ວຍໜ້າ ພະຍາກໍ່ຖາຍຜ້າແພໃໝ່ ແລະ ຈັດແຈງແຕ່ງຜ້າອື່ນໆໃສ່ໃນຖົງພາຍ ເມື່ອແລ້ວແລ້ວ ພະຍາກໍ່ອອກເດີນທາງຕໍ່.

ໃນທີ່ສຸດ ກຸສຣາຊກໍ່ເດີນມາເຖິງນະຄອນຈຳປາ. ພະຍາເຫັນແສງຍິບຍັບໆ ຂອງຫລັງຄາເຮືອນ ໝູຄົນທັງຫລາຍກໍ່ພາກັນມາຄ້າຂາຍຢ່າງຫລວງຫລາຍ ແລະ ພະຍາກໍ່ເຫັນສັງຄະທີ່ກຳລັງພາກັນຮຽນຮູ້ຟັງທັມມ໌ ໄຂສາຕຮ໌ ຫລາຍອົງໃນວັດຫລັງໃຫຍ່.

ເຈົ້າກາມະທະສົມເປັນເຈົ້າຄອງເມືອງຈຳປາ ເພາະ ຫລັງຄາຫໍຜາສາດຂອງພະຍານັ້ນ ເຕັມໄປດ້ວຍຍອດຄຳ ເວລາສຸຣິຍາສະທ້ອນແສງໃສ່ ແສງຄຳນັ້ນກໍ່ເປັງສີຫລາຍສີ ກະຈາຍອອກຈົນເຫລື້ອມຕາ. ເມືອງຈຳປາເປັນເມືອງທີ່ຊາວຕ່າງແດນອື່ນໆ ພາກັນທຽວຜ່ານໄປມາຫລາຍ ເຊັ່ນ ຊາວຄາຂຽວທີ່ລົງມາຈາກກະໄດຟ້າ ພວກຜີກໍ່ໃຊ້ກະໄດນີ້ທຽວຜ່ານຄືກັນ. ແລ້ວພະຍາກໍ່ພໍ້ພວກຍ່າເຍີ້.

ຮູ້ບໍວ່າ ພວກຍ່າເຍີ້ນີ້ ທຽວຜ່ານໄປມາແບບໃດ? ແມ່ນແລ້ວ ພວກຍ່າເຍີ້ທີ່ເປັນເຜົ່າເຊື້ອຂອງພວກພະຍາທອນ ເຮາະເຫີນບິນໄປມາຕາມທ້ອງຟ້າ ພວກເຂົາເບິ່ງຄືວ່າຖືພາເລີຍໆ ເພາະ ເສື້ອຜ້າທີ່ພວກເຂົານຸງນັ້ນ ຍາວລົງເຖິງໜ້າແຂງ. ແລ້ວພວກນີ້ກໍ່ກິນຂອງດິບ ບໍ່ຈຽວຈືນຕົ້ມອີກດ້ວຍ.

ພວກພໍ່ຄ້າແມ່ຄ້າສະເພົາກໍ່ທຽວມາຢູ່ບໍ່ເຊົ່າ.

ເມື່ອໄປເຖິງຫໍວັດ ກຸສຣາຊກໍ່ເຂົ້າໄປກາບນົບບາທຣາຊະຄູຂອງວັດເພື່ອຂໍອາໄສຢູ່ນຳ.

ຣາຊະຄູຖາມກຸສຣາຊວ່າ, “ເຈົ້າຍ່າງມາຄົນດຽວ ມາເຖິງຈຳປານີ້ ເຈົ້າປາຖະນາສິງໃດແດ່?”

ກຸສຣາຊຮັບຕອບວ່າ, “ຂ້າກໍ່ມັກມາທຽວເບິ່ງບ້ານເມືອງທີ່ຄົນລືວ່າ ຈຳປານີ້ ມີພັນເມືອງເອົາທອງສິນສ້ອຍມາຊ່ອຍ ແລະ ໃຫຍ່ກ້ວາງມະຫາສານ. ຊື່ສຽງຂອງເຈົ້າເມືອງນີ້ ດັງໄປທົ່ວທະວີບ ແລ້ວກໍ່ມີຄົນທຽວຫລາຍ ມີທັງຊາວຄາຂຽວ ຂີ່ມ້າຕາມຂອບພູເຂົາມາຄ້າຂາຍ ພວກຜີກໍ່ທຽວຜ່ານ ແລະ ເມືອງນີ້ກໍ່ເກົ່າແກ້ທ່ີສຸດ ອາຈານເຄີຍເຫັນຜີໜ້າຍ່ານພວກນີ້ຢູ່ບໍ?”

ຣາຊະຄູຕອບວ່າ, “ອາຈານກໍ່ໄດ້ຍິນຂ່າວວ່າ ຜ່ານແດນນີ້ໄປ ເປັນແດນແທ້ໆ ຂອງທ້າວຊື່ ກຸມພັນທ໌ ເຂົາກໍ່ເປັນເຊື້ອກັບພະຍາຟ້າ.”

ກຸສຣາຊໄຫວ້ຣາຊະຄູແລ້ວຖາມວ່າ, “ອາຈານ ຂໍໃຫ້ອາຈານເລົ່າເຣື່ອງຂອງກຸມພັນໃຫ້ຂ້ານ້ອຍຟັງແດ່.”

“ເອີ...ອາຈານກໍ່ໄດ້ຍິນມາວ່າ ໃນເມືອງເປັງຈາລ ເກີດມີໂພຍເຂັນກວນເມືອງບ້ານນັ້ນ. ນ້ອງສາວພະຍາກຸສຣາຊ ຊື່ ນາງ ສຸມຸນທາ ຖືກຍັກຂ໌ຍາດເອົາໄປໄດ້ ມັນເອົານາງໄປທີ່ໃດບໍ່ຮູ້ ແລ້ວພະຍາກຸສຣາຊກໍ່ອອກຕາມຫານ້ອງສາວເປັນເວລານານ ໄດ້ປະມານເຈັດເດືອນ.”

ເມື່ອນັ້ນ ກຸສຣາຊຄຽດຫລາຍ ໃຊ້ອາລົມ ແລະ ຮ້ອງຂຶ້ນ, “ຜູ່ຂ້າຈະໄປຂ້າມັນ!”

ເມື່ອນັ້ນຣາຊະຄູຮູ້ວາ ພຣະສົງອົງນີ້ ຄື ພະຍາກຸສຣາຊນັ້ນເອງ.

“ເຣື່ອງນີ້ ເປັນເຣື່ອງສຸດວິໄສ.” ຣາຊະຄູຕອບ. “ເພາະ ບໍ່ມີຄົນໃດໄປເມືອງຜີໄດ້ ເຫັນເມຄກ້ອນນັ້ນບໍ?” ຣາຊະຄູກໍ່ຊີ້ໃສ່ເມຄ, “ເມືອງກຸມພັນຢູ່ແດນນັ້ນແລະ!”

ພໍເມື່ອທັງສອງລົມກັນແລ້ວແລ້ວ ສຸຣິຍາກໍ່ເລີ້ມຄ່ອຍໆຕົກລົງຫລັງພູ ທັງສອງກໍ່ເລົ່າພຣະທັມມ໌ ແລະ ຢາດນ້ຳເພື່ອສົງບຸນຍ໌ ແລ້ວກໍ່ບ່ຽງຜ້າຜາຍສູ່ຊອງຄຳ ລົມກໍ່ພັດຜ່ານຟາດໃສ່ຕົ້ນພ້າວ ແລະ ດວງເດືອນກໍ່ໃຕ້ແສງຈ້າແຈ້ງທົ່ວທ້ອງຟ້າ.

ເຊົ້າຕໍ່ມາ ໄກ່ຜູ້ຮ້ອງ, “ໂອກອີໂອກໂອກ!” ປຸກຊາວຈຳປາແຕ່ເຊົ້າ.

ຣາຊະຄູພ້ອມດ້ວຍກຸສຣາຊອອກຈາກວັດໄປບິນທະບາດ.

ເສຕຖີຫລວງຊື່ ນັນທະ ທຸກໆມື້ ພາລູກສາວເຈັດນາງອອກທານພຣະສົງ.

“ໄວໄວໄວໄວໄວ! ພຣະສົງມາແລ້ວ!” ນັນທະ ບອກລູກສາວ.

“ປະທຸມມາ! ໄວໄວໄວແດ່ນ້ອງ!”

ກຸສຣາຊກໍ່ເລີ້ມຍ່າງບິນທະບາຕໄກ້ເຂົ້າໆເຮືອນຂອງເສຕຖີນັນທະ ເມື່ອພະຍາເຫັນລູກສາວຂອງເສຕຖີນັນທະ ກໍ່ຊົມຊື່ນກັບຄວາມງາມຂອງພວກນາງ.

ເມື່ອກຸສຣາຊບິນທະບາຕແລ້ວແລ້ວ ພະຍາກໍ່ກັບຄືນເມືອວັດ ທັງທຸກໃຈເຮື່ອງນ້ອງສາວ ແລະ ເຣື່ອງເຈັດນາງ ບໍ່ຮູ້ວ່າຈະເຮັດແນວໃດດີ...(ອ່ານຕໍ່ໃນສະບັບໜ້າ).

< Back to Front Page.