Bakka Magazine

Volume 4, January-December 2010

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Thursday, July 29, 2010 6:05 pm EST

ສິນໄຊ ສັງ ແລະ ສີໂຫ ຜະຈົນໄພໂລກ ຕອນທີ 3

Gusarath's Dream

(ສັງ ສິນໄຊ ເປັນວັນນະຄະດີຄຳກອນຊັ້ນຍອດຂອງລາວ. ທ້າວປາງຄຳ ນັກປະພັນເອກແຫ່ງກຣຸງ ສຣີສັຕນານະຫຸດວຽງຈັນ ເປັນຜູ່ແຕ່ງເລື່ອງໃນສະໄໝ ພ.ສ. 2193 ແລະ ກວດໂດຍ ທ່ານ ມະຫາ ສີລາ ວິຣະວົງສ໌ ໃນ ພ.ສ. 2512. ຂ້າພະເຈົ້າໄດ້ນຳເອົາເຣື່ອງນີ້ມາຂຽນເປັນບົດລະຄອນ ໃຫ້ທ່ານໄດ້ອ່ານຫຼິ້ນ.)

ສຽງດົນຕຣີມະໂຫລີດັງກ້ອງທົ່ວພຣະຣາຊວັງ ພຣະຍາກຸສຣາຊ ພ້ອມດ້ວຍມະເຫສີຈັນທາ ເສນາອາມາດ ແລະ ຄົນໃຊ້ທຸກໆຄົນພາກັນຟັງແລະຊົມສິລປິນເອກຂອງເມືອງເປັງຈານ ບັນເລັງເພງແລະຟ້ອນລຳ. ຫຼັງຈາກນັ້ນ ທຸກໆຄົນກໍ່ພາກັນກັບເຂົ້ານອນພັກຜ່ອນຢູ່ບ້ານເຮືອນ ຂອງຕົນ. ເດີກເຂົ້າມາ ພຣະຍາກຸສຣາຊກໍ່ຝັນ ຝັນວ່າ ມີຄົນຕ່າງແດນຈຳນວນສີພັນຄົນ ໜ້າຕາຄືຜີ ຮູບຮ່າງໃຫຍ່ສູງ ຍ່າງເຂົ້າມາເມືອງເປັງຈານ ເປັນກ້າວໆ ພ້ອມກັນແບບທະຫານ ທຸກໆຄົນຖືງ້າວແລະອາວຸດຣົບຕ່າງໆ ທຸກໆກ້າວທີ່ຄົນຕ່າງແດນຍ່າງເຂົ້າມາ ຝຸ່ນກໍ່ປິວຂຶ້ນທົ່ວສໜາມຫຼວງ. ເມື່ອພຣະຍາກຸສຣາຊເຫັນແລ້ວກໍ່ຄຶດຢ້ານເກງກົວ ທັນທີ່ທັນໃດ ຄົນຕ່າງແດນ ກໍ່ຖອດງ້າວຈາກແອວແລ້ວຟັນແຂນຂ້າງຂວາຂອງກຸສຣາຊ ກຸສຣາຊຮ້ອງກ້ອງສໜັ່ນພຣະຣາຊວັງ ດ້ວຍຄວາມເຈັບປວດ ເລືອດໄຫຼຫຼັ່ງລົ້ນເຕັມຄີງກຸສຣາຊ ເມື່ອນັ້ນ ຄົນໃຊ້ສະດຸ້ງຕື່ນຂຶ້ນ ເສນາອາມາດພາກັນແລ່ນເຂົ້າຫ້ອງບັນທົມຂອງກຸສຣາຊ ເມື່ອພວກເຂົາເຂົ້າໄປໃນຫ້ອງ ກໍ່ເຫັນກຸສຣາຊນັ່ງໄຫ້ສອືກສອື້ນສັ່ນສ່າຍຢູ່ບໍ່ຮູ້ສຶກຕົວ ຜູ່ຄົນທີ່ເຂົ້າເຝົ້າກໍ່ບໍ່ຮູ້ວ່າຈະເຮັດແນວໃດດີ ໄດ້ແຕ່ພາກັນນັ່ງອ້ອມພຣະອົງຂອງຕົນຮ້ອງຮຳເອົາຂວັນພຣະອົງຄືນມາ ແລ້ວມະເຫສີຈັນທາ ກໍ່ແລ່ນເຂົ້າມາ ໜ້າຕາສີ້ດຂາວໝົດ ເພາະຢ້ານວ່າ ກຸສຣາຊຖືກລອບສັງຫານ ແລ້ວຖາມວ່າ,

“ພຣະອົງ ສຽງພຣະອົງຮ້ອງກ້ອງສໜັ່ນທົວນະຄອນ ເກີດເຫດຍັງຂຶ້ນກັບພຣະອົງ?”

ພຣະຍາກຸສຣາຊຍັງບໍ່ຮູ້ສຶກຄີງ ຫຼື ໄດ້ຍິນຄຳຖາມຂອງຈັນທາ, ຢືນຂຶ້ນແລ້ວເວົ້າວ່າ, “ກູຈະຂ້າຄວາຍເປັນຄູ່ນຶ່ງ ໄປ! ໄປເຊີນໝໍໂຫນມາ!”

ແລ້ວຈັນທາເຂົ້າໄປຈັບແຂນກຸສຣາຊ ແຂນທີ່ຖືກຟັນໃນຝັນນັ້ນ ແລະ ຖາມວ່າ, “ພຣະອົງໆ ທ່ານຮູ້ສຶກຕົວຢູ່ບໍ່?”

ພໍນາງວ່າແລ້ວ ກຸສຣາຊກໍ່ຮູ້ສຶກຄີງ ແລະ ເຫັນເສນາອາມາດ ແລະ ຄົນໃຊ້ພ້ອມດ້ວຍທະຫານ ຢືນລ້ອມຢູ່ເຕັມ ບາງຄົນກໍ່ຮ້ອງໄຫ້ ບາງຄົນກໍ່ເອີ້ນຂວັນພຣະອົງໃຫ້ມາຄືນ.

ແລ້ວແສງສຸຣິຍາກໍ່ເປັ່ງແສງຂຶ້ນທົ່ວທ້ອງຟ້າ ພວກເສນາອາມາດທັງຫຼາຍຢາກຮູ້ວ່າຄືນນັ້ນ ເກີດເລື່ອງຫຍັງຂຶ້ນ ພຣະຍາກຸສຣາຊຈຶ່ງເຂົ້າຫ້ອງເອົານ້ຳຖອກລ້າງສ່ວຍໜ້າ ແລ້ວອອກມາເລົ່າຄວາມຝັນໃຫ້ຄົນທີ່ມາເຝົ້າທັງຫຼາຍຟັງ ເມື່ອຮູ້ກັນໝົດ ໝໍໂຫນຈຶ່ງເຂົ້າມາກາບຖວາຍ ແລະ ແປຄວາມຝັນຂອງພຣະອົງວ່າ,

“ພຣະອົງຈະເສັຽເຊື້ອກະສັດທີ່ເປັນມິ່ງຂວັນເມືອງເປັງຈານ ຜູ່ມີຮູບໂສມງາມຍິ່ງນັ້ນ ໃຫ້ກັບທ້າວຕ່າງແດນທີ່ຢູ່ໃນຄວາມຝັນຂອງພຣະອົງ ແຕ່ພຣະອົງແກ້ລາງຮ້າຍນີ້ໄດ້ ຖ້ານາງໄດ້ແຕ່ງງານກັບເນື້ອຄູ່ທີ່ແທ້ຈິ່ງຂອງນາງ ຊື່ ສິວິໄຊຍ໌ ເຄາະຮ້າຍດັ່ງກ່າວຂອງປີນີ້ ຈະບໍ່ມີເລີຍ ແຕ່ທ້າວຕ່າງແດນນັ້ນ ດຽວນີ້ ກຳລັງເຮາະມາຕາມລົມ ເພື່ອມາລັກເອົານາງໄປຈາກເມືອງ ແລະ ມັນກຳລັງເຮາະຕາມຂອບຟ້າຜ່ານຫຼາຍທະວີບມາແລ້ວ ຂ້ານ້ອຍຢ້ານວ່າ ພຣະອົງຈະສູນເສັຽເຊື້ອກະສັດໄປໃນໄວໆນີ້.”

ເມື່ອໝໍໂຫນກ່າວແລ້ວ ແລ້ວກ່າວທູນລາພຣະອົງ ເສນາອາມາດຣາຊມຸນຕຣີ ແລະ ຄົນໃຊ້ທັງຫຼາຍ ກໍ່ພາກັນລາອອກຈາກວັງໄປ.

ພໍເຫັນມື້ໃໝ່ແຈ້ງຂຶ້ນ....(ອ່ານເຣື່ອງຕໍ່ ຕອນ 4 ໃນສະບັບໜ້າ.)

< Back to Front Page.