Bakka Magazine

Volume 4, January-December 2010

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Thursday, July 29, 2010 6:03 pm EST

ສັງຄົມຊີວິດລາວໃນລະຫວ່າງປີ 1962 ຫາ ປີ1973

Laos: from 1962 to 1973

ນິຕິຍະສານ ປາກກາ ສະບັບນີ້, ຂໍນໍາພາທ່ານຜູ້ອ່ານ ກັບຄືນໄປຢ້ຽມຢາມເບິ່ງ ພາກສ່ວນຫນຶ່ງຂອງ ຊີວິດໃນລະຍະການຂັດແຍ່ງ ຂອງ ສົງຄາມເຢັນ ແລະ ຜົນສະທ້ອນ ສູ່ການດໍາຣົງຊີວິດຂອງ ຊົນຊາດລາວ. 

ໃນປີ 1954 ນະຄອນຫລວງວຽງຈັນ, ເມືອງເອກຂອງ ປະເທດລາວ ຍັງເປັນເມືອງທ່ີງຽບສະງົບ. ປະຊາກອນລາວຍັງອາໃສແສງທຽນ, ແສງກະບອງ, ໂຄມພະຍຸ ໃຊ້ເປັນເຄື່ອງແຍງແກ່ຄວາມມືດ ເປັນສ່ວນໃຫຍ່, ຕ້ອງໄດ້ຕັກນໍ້າສ້າງ, ໂຕ່ງນໍ້າຝົນ ແລະ ນໍ້າຂອງມາໃຊ້. ຖຫນົນຫົນທາງ ມີພໍຫລີກກັນໄປມາໄດ້, ດົນໆຈຶ່ງມີຣົດເຈົ້ານາຍຝັ່ຣງ ແລ່ນຜ່ານ ແລະ ຫລັງຈາກນັ້ນ ບັນດາ ງົວຄວາຍ ພາກັນອອກມາຢ່າງເຕັມ. ຍັງບໍ່ມີໂຮງແຮມ ແລະ ຮ້ານອາຫານໃດໆ. ນັບຕັ້ງແຕ່ ຝັ່ຣງເສດໄດ້ປົກຄອງລາວ, ເຂົາເຈົ້າບໍ່ໄດ້ສ້າງສາພັທນາປະເທດ, ບໍ່ໄດ້ປະປ່ອຍໃຫ້ເຫັນຄວາມຈະເຣີນສີວິໄລໃດໆ ບໍ່ວ່າແຕ່ດ້ານວັດຖຸ ແລະ ການສືກສາ ກໍເຊັ່ນດຽວກັນ. ເມືອງວຽງຈັນ ຍັງເຕັມໄປດ້ວຍ ປ່າໃມ້ສັກ, ຕົ້ນໝາກໃມ້ ແລະ ກິ່ນຫອມດອກໃມ້ປ່າ ນາໆສະນິດ. ໂຕບ່າງ, ໂຕເຈັຽ ແລະ ສັດປ່າຕ່າງໆ ຈະເຫັນພາກັນບີນເຈີດໄປມາໃນຍາມຄ້ອຍຄໍ່າ. ໃນຕອນເດີກຂ້ອນແຈ້ງຈະໄດ້ຍີນສຽງໝາຫອນເປັນໝູ່ ອັນມີສຽງເຢືອກເຢັນເປັນຕາຢ້ານ. ທຸກໆເຊົ້າກ່ອນແສງຕາເວັນ ຈະພົ້ນຂຶ້້ນມາຈາກຂອບຟ້າ ຈະໄດ້ຍິນສຽງໄກ່ຂັນ, ສຽງຄຣູບາໄຫວ້ພຣະສູດມົນ ແລະ ສຽງພຣະຕີຣະຄັງ ອອກບິນຖະບາດ ນີ້ແມ່ນສັນຍາຫລັກ ການເລີ້ມຕົ້ນຊີວິດວັນໃໝ່ຂອງຄົນລາວ. ສົງຄາມການຂັດແຍ່ງໃນລາວ ໄດ້ເລີ້ມເກິີດຂຶ້ນພ້ອມໆດຽວກັບການຕຽມຮັບເອົາ ເອກກະຣາດລາວ. ຄໍາວ່າ ແນວລາວຮັກຊາດ ໄດ້ຖືກເລີ້ມໃຊ້ເປັນຄັ້ງທຳອິດໃນປີ 1950 ຊຶ່ງເປັນຊື່ຂອງພັກລາວຕໍ່ຕ້ານ ທ່ີໄດ້ຮັບການສຸກຍູ້ຈາກ ໂຮຈີມິນ. ເຖິງແມ່ນວ່າ ລາວ ໄດ້ຮັບ ເອກກະຣາດ ກໍດີ, ແຕ່ຍັງຢູ່ພາຍໃຕ້ຄວາມຄູ້ມຄອງ ຂອງ ຝັ່ຣງເສດ.

ໃນປີ 1955 ອົງການ United States Operations Mission ຫຼື ທີ່ອ່ານກັນຫຍໍ້ໆວ່າ ຢູຊອມ USOM ໄດ້ເລີ້ມເຂົ້າມາ ໃຫ້ການຊ່ວຍເຫືລອ ຢູ່ໃນລາວ. ພາຍໃຕ້ຄວາມເປັນເອກກະຣາດໃໝ່, ຄົນລາວຍັງຂາດນັກວິຊາການທຸກໆຢ່າງ ແລະ ມີບໍ່ເທົ່າໃດຄົນເທົ່ານັ້ນທ່ີໄດ້ຮັບ ປະຣິນຍາ ຈາກ ປະເທດ ຝັ່ຣງເສດ. ພຸທສາສນາ ເປັນສາສນາ ຂອງຊາດ, ເພາະສະນັ້ນ ບຸນປະຈໍາປີຕ່າງໆຕ້ອງໄດ້ເນັ້ນໜັກໃສ່ ຮີດສິບສອງ ຄອງສິບສີ່ ແລະ ອ້າງອີງຕາມປະຕິທິນພຣາມ. ເຖິງແມ່ນວ່າ ຣັຖບານລາວ ໄດ້ປະກາດວ່າ ພາສາລາວ ເປັນພາສາຂອງຊາດ, ຕ້ອງໃຊ້ຢູ່ໃນວົງຣາຊການ, ແຕ່ວ່າ ຣາຊການລາວ ແລະ ຣະບົບການສຶກສາ ຈາກຕົ້ນເຖິງປາຍ ຍັງໃຊ້ພາສາ ຝັ່ຣງເສດ ເປັນສ່ວນໃຫຍ່. ດ້ວຍສາເຫດດັ່ງກ່າວ ຫລັກຂອງການຂຽນ ແລະ ການໃຊ້ພາສາລາວ ຈຶ່ງບໍ່ສົມບູນແບບ ແລະ ມີບັນຫາຖົກຖຽງກັນຈົນເຖິງເທົ້າທຸກວັນນີ້. ໂຮງຮຽນປະຖົມ ສ່ວນໃຫຍ່ຕ້ອງໄດ້ອາໃສດິນວັດເປັນທ່ີຕັ້ງ, ການສຶກສາຣະດັບ ມັທຍົມຂອງຣັຖບານ ບັນຈຸນັກຮຽນໄດ້ໃນຈໍານວນຈໍາກັດ, ເພາະສະນັ້ນ ນັກຮຽນທ່ີສອບເສັງເຂົ້າບໍ່ໄດ້ຕ້ອງໄດ້ຈ້າງຮຽນ ໃນໂຮງຮຽນເອກກະຊົນ. ໂຮງຮຽນສິນລະປະກອນ ແລະ ດຸຣິຍາງແຫ່ງຊາດ ເປັນໂຮງຮຽນທ່ີໄດ້ຮັບຄວາມສົນໃຈໜ້ອຍທ່ີສຸດ, ສັງຄົມລາວ ສ່ວນໃຫຍ່ຍັງຖືວ່າ ການຟ້ອນກິນ ລໍາກິນ ເປັນອາຊີບທ່ີຕໍ່າຕ້ອຍ ດ້ອຍໜ້າທ່ີສຸດ. ດ້ວຍເຫດນີ້້ເອງ ວິຊາກ່ຽວກັບດ້ານ ສິນລະປະ ແລະ ມະນຸສທໍາ ຈຶ່ງບໍໍ່ແມ່ນຄວາມຕ້ອງການອັນຮີບດ່ວນ. ເພາະສະນັ້ນ ມັທຍົມ ລີເຊ ປາວີ, ໂຮງຮຽນ ອົບຣົມຄຣູ ດົງໂດກ, ມະຫາວິທະຍາໄລ ແພດສາດ ສີຣສະວ່າງວົງ, ໂຮງຮຽນກົດໝາຍ ແລະ ການປົກຄອງ ຖືວ່າເປັນສະຖາບັນຊັ້ນສູງ ຂອງຊາດ. ການສຶກສາຂັ້ນ ມະຫາວິທະຍາໄລ ຕ້ອງໄດ້ທຶນມາຮຽນຕໍ່ທ່ີ ປະເທດຝຣັ່ງເສດ ແລະ ອື່ນໆ. ບັນດາຂ້າຣາຊການ, ທະຫານ ແລະ ຕໍາຣວດ ໄດ້ຖືກສົ່ງມາອົບຮົມຢູ່ຕ່າງປະເທດ. ເສຖກິດ ທັງໝົດຕ້ອງໄດ້ອີງອາໃສ ການຊ່ວຍເຫືລອຈາກຕ່າງປະເທດ,ໂດຍສະເພາະຢ່າງຍິ່ງ ສະຫະຣັດ ອະເມຣິກາ. ໃນປີ 1956 ດອກເຕີ ທອມດູລີ ໄດ້ມາປະກົດຕົວ ເປັນນັກອາສາສະມັກ ປິ່ນປົວປະຊາຊົນລາວ ທ່ີ ເມືອງສິງ, ຕິດກັບຊາຍແດນຈີນ.

ໃນປີ 1960 ໃນຄະນະທ່ີຊາວໂລກກໍາລັງພາກັນຫງ່ຽງຫູ ຈ້ອງຕາຟັງ ການເພີ້ມ ກໍາລັງທະຫານ ສະຫະຣັດ ທ່ີ ຫວຽດນາມໃຕ້. ປະເທດນ້ອຍໆ ດ້ອຍພັທນາຂອງລາວ ພະຍາຍາມຫລີກລ່ຽງ ການແຊກແຊງສົງຄາມ, ໄດ້ປະກາດຕົນເອງວ່າ ເປັນປະເທດເປັນກາງ ແລະ ບໍ່ເຂົ້າຂ້າງຝ່າຍໃດ. ພຣະຣາຊອານາຈັກລາວ ໄດ້ຜູກສໍາພັນທະມິດກັບ ສະຫະຣັດ ອະເມຣິກາ, ສະຫະພາບໂຊຫວຽດ ແລະ ປະເທດອື່ນໆເກືອບທົ່ວໂລກ. ໃນທ່ີສຸດ ປະເທດລາວ ໄດ້ກາຍມາເປັນ ສາກຣະຄອນລັບຕອນຫນຶ່ງຂອງ ສົງຄາມອິນດູຈີນ ແລະ ຖືກເປີດເຜີຍຕາມພາຍຫລັງວ່າ ສົງຄາມລັບໃນ ລາວ. ຄະນະແນວລາວຮັກຊາດ ໄດ້ຮັບການສຸກຍູ້ຈາກ ຫວຽດນາມເໜືອ, ສະຫະພາບໂຊຫວຽດ ແລະ ຈີນແດງ. ພຣະຣາຊອານາຈັກລາວ ໃດ້ຮັບການສຸກ ຍູ້ຈາກ ສະຫະຣັດ ອະເມຣິກາ.

ໃນປີ 1962 ປະທານາທິບໍດີ ຈອນ ແອຟ ເຄເນດີ ທ່ານ ບໍ່ຄ່ອຍລຶ້ງເຄີຍກັບການຮ້ອງຊື່ ເມືອງລາວ ໄດ້ກ່າວວ່າ ເລ່ອ້າສ, lay as. ສະຫະຣັດ ອະເມຣິກາ ໄດ້ເລີ້ມທຸ້ມເທງົບປະມານ ຫລາຍໆພັນລ້ານໂດລາ ຕໍ່ປີ ໃນການບໍລິຫານ ສົງຄາມໃນຂົງເຂດ ອິນດູຈີນ, ໂດຍສະເພາະຢ່າງຍິ່ງ ສຸກຍູ້ແກ່ ກອງທັບແຫ່ງພຣະຣາຊອານາຈັກລາວ. ນອກຈາກນັ້ນກ່ໍມີ ບັນດາປະເທດອຸດສະຫະກໍາຕ່າງໆທີ່ໄດ້ຍື່ນມືໃຫ້ການຊ່ວຍເຫືລອ ສ້າງສາພັທນາລາວ ທາງດ້ານກະເສດ ແລະ ອື່ນໆ. ນັບແຕ່ນັ້ນມາ ນະຄອນຫລວງ ວຽງຈັນ ໄດ້ເລີ້ມມີສີມີສັນ, ສ້າງສາຕຶກ, ເຮືອນຊານ, ໂຮງແຮມ, ຂະຫຍາຍ ຖຫນົນຫົນທາງ, ເລີ້ມມີຣົດຫລາຍຂຶ້ນ, ປະຊາກອນລາວ ພາກັນມິີ ນໍ້າປະປາ ແລະ ໄຟຟ້າໃຊ້ ແຕ່ສະເພາະໃນຂອບເຂດ ກໍາແພງນະຄອນວຽງຈັນ ເທົ່ານັ້ນ.

ລະຫວ່າງປີ 1960-73 ສະຫະຣັດ ອະເມຣິກາ ເປັນນາຍຈ້າງທ່ີຮັ່ງມີ ແລະ ໃຫຍ່ທ່ີສຸດໃນຂົງເຂດ ອິນດູຈີນ. ຶດຶງດູດລູກຈ້າງຈາກ ປະເທດເອເຊັຽຕ່າງໆ ທ່ີພາກັນເດີນທາງເຂົ້າມາຫາຢູ່ຫາກິນ. ເມືອງວຽງຈັນ ປຽບເໝືອນກັບ ຣັດນ້ອຍໆແຫ່ງຫນຶ່ງຂອງ ສະຫະຣັດ, ກິໂລແມດ ທີຫົກ ທາງໄປດົງໂດກ ແມ່ນ ໝູ່ບ້ານພັກເຊົາແຫ່ງຫນຶ່ງຂອງ ຊາວອະເມຣິກັນ, ປັດຈຸບັນນີ້ໄດ້ກາຍມາເປັນ ຫໍພິພິດຕະພັນ ໄກສອນ ພົມວິຫານ, ອະດີດປະທານ ປະເທດ ສປປລ. ຢາຍກັນໄປທົ່ວ ເມືອງວຽງຈັນ ເວລານີ້ກ່ໍມີ ອົງການຢູ່ເສດ USAID, ຢູຊ່ອມ USOM, ຢູຊິສ USIS ຫຼື United States Information Services, ໂດຍສະເພາະຢ່າງຍິ່ງ ແອ່ ອະເມຣິກາ, Air America, ຊ່ຶງເປັນທ່ີຖືກເປີດເຜີຍຕາມພາຍຫລັງວ່າ ແມ່ນສາຍການບິນຂອງ Central Intelligence Agency ຫຼື ຊີໄອເອ, CIA, ທ່ີບໍລິຫານ ການປະສານງານ ຖີ້ມຣະເບີດຢູ່ໃນລາວ ຊຶ່ງ ທ່ານ Christopher Robbins ໄດ້ຂຽນເຣື່ອງຣາຍລະອຽດລົງໃນປຶ້ມ: The Ravens ແລະThe American Who Flew in American Secret War in Laos. ສຳບໍ່ໜຳ, ປຶ້ມດັ່ງກ່າວກໍ່ຍັງໄດ້້ຖືກສ້າງເປັນໜັງພາບພະຍົນໃນຮໍລີວູດ ໃນເຣື່ອງ Air America ແລະ ທ່ານກໍ່ໃຫ້ຣາຍລະອຽດວ່າ ຍັງມີການພົວພັນກັບ ອະດີດ ນາຍພົນວັງປາວ. ນອກຈາກນັ້ນກໍ່ມີ ສະຖານທູດ ສະຫະຣັດ, ບັນດາສະຖານທູດຕ່າງໆ, ອົງການອາສາສະມັກຕ່າງໆ ແລະ ບໍລິສັດການຄ້າ ຊາວຕ່າງປະເທດເປັນສ່ວນໃຫຍ່. ຢູ່ໃນບັນຍາກາດ ຂອງສັງຄົມ ດັ່ງກ່າວນີ້, ການຮຽນຮູ້ ແລະ ປາກພາສາອັງກິດ ເປັນທ່ີນິຍົມກັນທ່ີສຸດ ໃນການທໍາມາຫາກິນກັບຊາວຕ່າງປະເທດ. ສະມາຄົມລາວ ອະເມຣິກັນ ທ່ີຄຸ້ມນໍ້າພຸເກົ່າ ແມ່ນສູນກາງ ການຮຽນພາສາອັງກິດ, ນອກຈາກນັ້ນ ທຸກໆແລງຫລັງຈາກໂມງຣາຊການ, ຢູ່ຕາມກ້ອງຕະລ່າງ ວັດວາອາຮາມ ຄຣູບາ ແລະ ຜູູ້່ທ່ີພໍຮູ້ພາສາອັງກິດ ພາກັນສິດສອນໃຫ້ກັນ.

ພາຍໃຕ້ບັນຍາກາດ ສົງຄາມລັບໃນລາວ, ເຈົ້າໜ້າທ່ີ ອະເມຣິກາ ທັງໝົດ, ໂດຍສະເພາະຢ່າງຍິ່ງ ນາຍທະຫານ ຕ້ອງໄດ້ນຸ່ງເຄື່ອງເອກກະຊົນຢູ່ສະເຫມີ ເພື່ອຫລີກລ້ຽງການສົງໃສ.  ສູນກາງວັດທະນາທໍາໂຊຫວຽດ ທ່ີຄຸ້ມ ຫລັກຫນຶ່ງ ສີຫອມ, ໄດ້ຂົນຂວາຍຢ່າງມິດໆເອົາ ຊາວຫນຸ່ມລາວ ໄປຮຽນທິດສະດີ ຄອມມິວນິສ ທ່ີ ມະຫາວິທະຍາໄລ ລູມມູມບາ (Lummumba) ປະເທດໂຊຫວຽດ ແລະ ກຸ່ມປະເທດ ຄອມມິວນິສຕ່າງໆ. ໃນຄະນະດຽວກັນ ສະຫະຣັດ ອະເມຣິກາ ໄດ້ສົ່ງບັນດາຊາວໜຸ່ມລາວ ຍິງ ແລະ ຊາຍ ມາສຶກສາ ທ່ີ ອີສ ແວສ ແຊ່ນເຕີ (East West Center) ມະຫາວິທະຍາໄລ ຮ່າວາຍອີ (Hawaii).

ອ້ອມແອ້ມ ປະເທດລາວ ໄດ້ມີການສູ້ຣົບກັນຢ່າງບໍ່ຢຸດຍັ້ງ ລະຫ່ວາງ ຫວຽດນາມເໜືອ ແລະ ຫວຽດນາມໃຕ້ ແລະ ຂເມນ. ພ້ອມໆດຽວກັນ ແນວລາວຮັກຊາດ ແລະ ຣັຖບານພຣະຣາຊອານາຈັກລາວ ໄດ້ດໍາເນີນການສູ້ລົບກັນຢ່າງບໍ່ລົດລະ ທ່ີພາກເໜືອຂອງລາວ. ຕະຫລອດຄວາມເປັນ ເອກກະຣາດ ນະຄອນຫລວງວຽງຈັນ ບໍ່ຄ່ອຍເປັນທ່ີ ສະງົບງຽບ ແລະ ກາຍເປັນສະໜາມລົບ ການຍາດແຍ່ງອໍານາດພາຍໃນ, ມີຣັຖປະຫານ ແລະ ປະຕິວັດໂຄ່ນລົ້ມຣັຖບານ ຢູ່ເປັນເນື່ອງນິດ. ເມືອງວຽງຈັນເປັນຈຸດຮ້ອນຮົນ ຂອງສົງຄາມເຢັນ ທ່ີເຕັມໄປດ້ວຍ ບັນດານັກສືບຣາຊການລັບເຊັ່ນວ່າ ຊີໄອເອ ແລະ ເຄຈີບີ (KGB). ທ່ານ ແອນໂຕນິໂອ ແມ່ນເດສ, ອະດີດ ນັກສືບຂອງ ຊີໄອເອ ຊຶ່ງ ທ່ານໄດ້ຂຽນ ບັນທຶກຂອງທ່ານ ຊື່ວ່າ The Master of Disguise: My Life in the CIA ແມ່ນເປັນຄົນສໍາຄັນຄົນໜຶ່ງ ທ່ີໄດ້ວາງບົດບາດຢູ່ໃນລາວ ແລະ ຈຸດຮ້ອນຮົນຕ່າງໆທົ່ວໂລກ ວິທະຍຸກະຈາຍສຽງ ພາສາລາວ ປັກກິ່ງ (Beijing) ບໍ່ໃດ້ລົດລະການ ປ້ອຍດ່າ ທັບຖົມ ຈັກກະພັດ ອະເມຣິກາ.

ແຊກແຊງເຂົ້າມານໍາ ສົງຄາມເຢັນ ກ່ໍມີ ວັທນາທໍາ ຮິບປີ້ (Hippies) ບັນດາຮິບປິ້ ພາກັນແບກຖົງ ແບກໄຖ່ ຢ່າງເລາະຕາມຖຫນົນ, ໜວດຍາວ, ຜົມຍາວຫົວຫຍຸ້ງ, ເກີບບໍ່ໃສ່, ພາກັນຊອກອອນຊອນນໍາ ການດູດຝີ່ນ, ເຮໂຣອີນ ແລະ ສູບກັ່ນຊາ ທີ່ມີຂາຍຕາມຕະຫລາດ ຢ່າງບໍ່ເຂັ່ງຂັດ. ຊື່ສຽງດັ່ງກ່າວໄດ້ດົງດັງໄປທົ່ວໂລກ, ວິທະຍຸ ສາທາຣະນະ ແຫ່ງຊາດ National Public Radio (NPR) ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ. ເຄີຍໄດ້ຕັ້ງຄໍາຖາມແກ່ຜູ້ຟັງວ່າ “ອານາຈັກນ້ອຍໆໃນ ເອເຊັຽ ອາຄະເນ ສ່ຽງໃຕ້ ທີ່ດຶງດູດບັນດານັກທ່ອງທ່ຽວ ຮິບປີ້ ຢູ່ໃນສະໃໝ ສົງຄາມ ອິນດູຈີນ ນັ້ນຕັ້ງຢູ່ໃສ ແລະ ແມ່ນ ປະເທດຫຍັງ? ຢູ່ໃນສະໄມນີ້ ເພງລາວສະໄມ ເປັນທ່ີໂດງດັງ, ອຸດົມສົມບູນໄປດ້ວຍ ການໃຊ້ ແລະ ສະແດງອອກມາໃຫ້ເຫັນຄວາມຮັ່ງມີຂອງ ພາສາລາວ.  ມັນເປັນສະໃຫມ ເປີດຫູ ເປີດຕາເຫັນໂລກພາຍນອກ ທ່ີບໍ່ເຄີຍມີມາກ່ອນ. ຕິດຕາມມາດ້ວຍ ການເບີ່ງ ໜັງຕ່າງປະເທດ, ຟັງເພງຝັ່ຣງ, ອັງກິດ ອັນຝົດຟື້ນຮ້ອນຮົນ ທ່ີ ເຮັດໃຫ້ບັນດາໜຸ່ມນ້ອຍ ມັກພາກັນຊູມແຊວ. ບັນຍາກາດ ສັງຄົມສາກົນ ແລະ ວັທນະທັມ ຂອງໂລກພາຍນອກ ໄດ້ປັ່ນສະໝອງຊາວໜຸ່ມລາວ, ພາກັນຈົ່ງຜົມຍາວ, ນຸ່ງໂສ້ງຂາບານ, ເສື້ອຫັດໆ ແລະນຸ່ງສະເກີເຂີນໆ. ສັງຄົມຊີວິດໃໝ່ນີ້ ໄດ້ສ້າງບັນຫາປັ່ນປ່ວນ, ຂັດແຍ້ງບໍ່ຖືກຫູ ບໍ່ຖືກຕາແກ່ ພໍ່ແມ່, ເຖົ້າແກ່ ຜູ້ອາວຸໂສ ທ່ີຍັງເຄັ່ງຄັດນໍາ ຮີດສິບສອງ ຄອງສິບສີ່ ປະເພນີເດີມຂອງລາວ. ບັນດາເຈົ້ານາຍລາວ ຜູ້ມີສິດທິອໍານາດພາກັນສໍ້ຣາດ ບັງຫລວງ, ມີເມັຽນ້ອຍ ຫ້ອຍເມັຽປາຍ, ຟຸ່ມເຟື່ອຍ ແລະ ໃຊ້ອິດທິພົນເຖື່ອນ ທ່ີເຮັດໃຫ້ປະຊາຊົນ ຄົນທໍາມະດາ ເວົ້າບໍ່ໄດ້ ໄອບໍ່ດັງ ແລະ ບໍ່ມີສິດໃນການລາຍງານຂ່າວ.

ອິດທິພົນ ທາງດ້ານວັດທນະທັມ ແລະ ການຄ້າ ທ່ີຕິດຕາມ ແຊກແຊງ ສັງຄົມຊີວິດລາວ ມາຕະຫລອດ ແລະ ຫລີກລ່ຽງບໍ່ໄດ້ນັ້ນກໍຄື ປະເທດໄທ. ລາວ ເບິ່ງໜັງ ທ່ີເວົ້າເປັນ ພາສາໄທ, ອ່ານ ນິຕິຍະສານໄທ, ອາໃສ ສິນຄ້າໄທ ແລະ ອື່ນໆ. ຕົກມາເຖິງປີ 1965 ເຮືອນຊານ ບ້ານຊ່ອງຂອງຄົນລາວ ທ່ີຢູ່ເລາະລຽບລໍາ ແມ່ນໍ້າຂອງ ເລີ້ມຕິດຕັ້ງ ເສົາໂທຣະທັດ ເພື່ອຮັບເອົາການຖ່າຍທອດຂ່າວຈາກໂທຣະທັດ ຊ້ອງຫ້າ, ຂອນແກ່ນ, ປະເທດໄທ. ສະພາບການດັ່ງກ່າວນີ້ ເຮັດໃຫ້ຄົນລາວ ບໍ່ມີຄວາມຈໍາເປັນທ່ີຈະຕ້ອງໄປຮຽນ ພາສາໄທ ໃຫ້ຍາກ ແລະ ເສັຽເວລາເທົ້າທຸກວັນນີ້.

ໃນທ້າຍປີ 1973, ສົງຄາມ ຊໍາເຮື້ອອັນຍາວນານ ໄດ້ສິນສຸດລົງ ຢ່າງເປັນທາງການ, ທ່ານ ເຮັນຣີ ຄິສິນເຈີ, ຣັຖມົນຕີຣ ກະຊ່ວງການຕ່າງປະເທດ ສະຫະຣັດ ແລະ ທ່ານ ເລ ດຶກ ເທ໋າະ, ຣັຖມົນຕຣີ ກະຊ່ວງການຕ່າງປະເທດ ຫວຽດນາມເໜືອ, ໄດ້ເຊັນສັນຍາ ສະງົບເສິກ ທ່ີ ກຸງປາຣີ. ສະຫະຣັດ ອະເມຣິກາ ເລີ້ມຖອນກໍາ ລັງທະຫານອອກຈາກ ອິນດູຈີນ, ເວລານີ້ ປະຊາຊົນອະເມຣິກັນ ໄດ້ສູນເສັຽຊີວິດຢູ່ໃນ ສົງຄາມອິນດູຈີນ ກວ່າ 58, 000 ພັນຄົນ. ແຕ່ມັນເປັນທ່ີຊາບບໍ່ໄດ້ເລີຍວ່າ ປະຊາຊົນລາວ ໄດ້ສູນເສັຽຊີວິດໄປ ຈໍານວນ ໜ້ອຍຫລາຍເທົ່າໃດ ແລະ ບໍ່ມີອະນຸສາວະຣີ ໄວ້ອາໄລໃດໆທັງສິ້ນ. ຄວາມພິນາດຂອງ ສົງຄາມ ອິນດູຈີນໄດ້ເຮັດໃຫ້ມີການຍົກຍ້າຍ ປະຊາກອນ ອິນດູຈີນ ຄັ້ງຍິ່ງໃຫຍ່ໃນປະຫວັດສາດ, ຈາກທະວີບ ເອເຊັຽ ອາຄະເນ ສ່ຽງໃຕ້ ມາສູ່ ສະຫະຣັດ ອະມຣິກາ.

ພາຍໃຕ້ບັນຍາກາດອັນສັບສົນດັ່ງກ່າວ ຊົນຊາດລາວ ບໍ່ໄດ້ຖືກຮັບຮູ້ໃຫ້ເປັນ ອົບພະຍົກ ຈາກ ຣັຖບານ ສະຫະຣັດ ອະມຣິກາ ຢ່າງເປັນທາງການ, ແຕ່ໄດ້ຕົກຢູ່ໃນບັນຊີ ອົບພະຍົກຫວຽດນາມ ແລະ ຂເມນ. ສາເຫດກໍ່ເນື່ອງຈາກວ່າ ສົງຄາມໃນລາວ ເປັນສົງຄາມລັບ, ຖືກປົກປິດ ໂດຍທ່ີຊາວໂລກສ່ວນໃຫຍ່ບໍ່ຊາບນໍາໄດ້. ດ້ວຍເຫດນີ້ເອງການພົວພັນຂອງ ສະຫະຣັດ ອະເມຣິກາ ຢູ່ໃນລາວ ຈຶ່ງບໍ່ໄດ້ປະກາດເປັນທາງການ. ຍ້ອນສາເຫດດັ່ງກ່າວ ຊາວມົ້ງ ແລະ ລາວລຸ່ມ ໄດ້ພາກັນປະທ້ວງຕໍ່ ສະພາສູງ ແຫ່ງຊາດ, ບອກວ່າເຂົາເຈົ້າໄດ້ທໍາການສູ້ຣົບຢ່າງໃກ້ສິດ ແລະ ເປັນພັນທະມິດກັບ ຊີໄອເອ ຢູ່ໃນລາວ. ໃນທ່ີສຸດ ສະພາສູງ ແຫ່ງຊາດ ຈຶ່ງໄດ້ປະກາດ ແລະ ໄດ້ຮັບຮູ້ເອົາ ປະຊາກອນລາວ ຢູ່ໃນກໍຣະນີ ອົບພະຍົກ ອິນດູຈີນ ເໝືອນດັ່ງ ຊາວຫວຽດນາມ ແລະ ຂເມນ.

ຫລັງຈາກສົງຄາມ ອິນດູຈີນ ໄດ້ສິ້ນສຸດລົງ ແລະ ສົງຄາມລັບໃນລາວ ໄດ້ຖືກເປີດເຜີຍ, ເມືອງລາວ ໄດ້ເປັນທ່ີຮູ້ຈາກໂລກພາຍນອກຫລາຍຂຶ້ນ. ຊາວອະເມຣິກັນ ແລະ ຊາດອື່ນໆທ່ີໄດ້້ມີ ປະສົບການ ກັບເຫດການ ຢູ່ໃນລາວ ຕ່າງກໍພາກັນລະບາຍ ຄວາມຊົງຈໍາໂດຍການຂຽນປຶ້ມກ່ຽວກັບ ສົງຄາມ, ການພະຈົນໄພ, ຄວາມໂຫດຫ້ຽມ, ອົງອາດກ້າຫານ, ທາລຸນ, ຄວາມຮັກ ແລະ ສິນລະປະ ການຕໍ່າຜ້າພື້ນເມືອງລາວ. ຮໍລີວູດ ໄດ້ສ້າງໜັງ ທ່ີພົວພັນກັບ ເມືອງລາວ ອັນມີ: Love is Forever, Uncommon Valor, Lethal Weapon, Air America, King of the Hill, Spy Game, Rescue Dawn ແລະ American Gangster.

ປະຫວັດສາດໄດ້ບັນທຶກໄວ້ວ່າ, ອານາຈັກລ້ານຊ້າງ ຂອງ ຊົນຊາດລາວ ເຄີຍເປັນ ອານາຈັກ ທີ່ມີອິດທິພົນ, ກ້ວາງໃຫຍ່ ແລະ ຈະເຣີນຮຸ່ງເຮື່ອງ ນັບແຕ່ການປົກຄອງຂອງ ພຣະເຈົ້າ ຟ້າງຸ່ມ ຫາ ພຣະເຈົ້າ ໂພທິຊະຣາດ ຢູ່ເກືອບ 300 ປີ (1353-1627) ຫລັງຈາກນັ້ນ ແຜ່ນດີນ ລ້ານຊ້າງ ໄດ້ເລີ້ມຖືກແບ່ງອອກເປັນ ສາມອານາຈັກ ຄື ຫລວງພຣະບາງ, ວຽງຈັນ ແລະ ຈໍາປາສັກ. ການແຕກແຍກ ຢູ່ເປັນເອກກະຣາດ ຂອງໃຜລາວນີ້ເອງ ເປັນເຫດໃຫ້ ສຍາມ ທໍາການແຊກແຊງ, ເກີດຄວາມວຸ້ນວາຍພາຍໃນ ແລະ ບໍ່ຖືກຕ້ອງປອງດອງກັນ. ໃນທ່ີສຸດ ໃນປີ ຄ. ສ. 1778 ອານາຈັກທັງສາມ ຂອງ ລາວ ໄດ້ຕົກຢູ່ພາຍໃຕ້ການເປັນຫົວເມືອງຂຶ້ນຂອງ ສຍາມ ຢູ່ເປັນເວລາ 115 ປີ (1778-1893) ຕົກມາເຖິງ ສະໄໝການລ້າຫົວເມືອງຂຶ້ນຂອງ ຝັ່ຣງເສດ ໃນຕອນທ້າຍຂອງ ສັດຕະວັດ ທ່ີ 19, ແຜ່ນດິນລາວລ້ານຊ້າງ ໄດ້ຖືກແບ່ງປັນກັນ ຣະຫວ່າງ ສຍາມ ແລະ ຝັ່ຣງເສດ, ໂດຍທ່ີ ຊົນຊາດລາວ ບໍ່ມີສິດກ່ຽວຂ້ອງ. ແຜ່ນດິນຢູ່ຝ່າຍຂວາຂອງ ແມ່ນໍ້າຂອງ ຮ້ອງວ່າ ອີ່ສານ (ພາສາ ປາລີ ມີຄວາມໜາຍວ່າ ຕາເວັນຕົກສ່ຽງເໜືອ) ແລະ ແຜ່ນດິນ ທ່ີຢູ່ຝ່າຍຊ້າຍຂອງ ແມ່ນໍ້າຂອງ ຮ້ອງວ່າ ລາວ, ຢູ່ພາຍໃຕ້ການປົກຄອງຂອງ ຝັ່ຣງເສດ ຕົກຢູ່ເປັນເວລາ 61 ປີ (1893-1954) ຫລັງຈາກ ສົງຄາມໂລກ ຄັ້ງທີສອງ, ຊົນຊາດລາວ ໄດ້ເລີ້ມຮັບ ເອກກະຣາດ ເປັນຄັ້ງແຣກ ແລະ ໄດ້ຊີມຣົດຊາດຂອງຄວາມເປັນ ເອກກະຣາດ ຂອງ ໂລກສະໄໝໃໝ່ ພ່ຽງແຕ່ 21 ປີ (1954-1975) ຕົກມາເຖີງ ສັດຕະວັດ ທີ 21, ມັນເປັນທີ່ເສົ້າສະລົດໃຈທີ່ສຸດ ທ່ີ ສັງຄົມຊີວິດ ຢູ່ໃນແຜ່ນດິນລາວ ຍັງຕົກຢູ່ໃນອັນດັບ ກຸ່ມປະເທດ ດ້ອຍພັທນາຂອງໂລກ. ນອກເໜືອໄປກວ່ານັ້ນອີກແລ້ວ, ຊົນຊາດລາວ ຍັງບໍ່ທັນເຄີຍໄດ້ເຫັນ ແລະ ປະສົບການກັບ ສິດ, ເສຣີ, ປະຊາທິປະໄຕ ແລະ ການມີສິດທິມະນຸດ ອັນເປັນທາດແທ້ ຄວາມຈະເຣີນ ຂອງ ສັງຄົມຊີວີດ ຈົນເຖິງເທົ້າທຸກວັນນີ້.

< Back to Front Page.