Bakka Magazine

Volume 2 No. 21

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Sunday, July 06, 2008 2:58 pm EST

ຫຼາຍເຜົ່າພັນຝັງໃນເລບັນນອນ

The Many Cultural Layers of Lebanon

ສິບປາກເວົ້າ ບໍ່ທໍ່ຕາເຫັນ
ສິບຕາເຫັນ ບໍ່ທໍ່ມືບາຍ

(Translated)
One witness is better than ten hearsays
One hard fact is better than ten witnesses.

ເມື່ອທ່ານໄດ້ໄປທ່ອງທ່ຽວປະເທສເລບັນນອນ ທ່ານກໍ່ຈະມີຄວາມຮູ້ສຶກວ່າ ໄດ້ກັບຄືນໄປພົບກັນກັບຄົນໂບຮານຄະດີອັນເກົ່າແກ່ຂອງໂລກທີ່ສຸດ ໂດຍສະເພາະ ເວລາຂັບຣົດໄປຊົມທິວທັດທາງທ້ອງຖິ່ນ ບາວແບກ (Baalbeck) ທີ່ມີດິນຟ້າອາກາດອຸດົມສົມບູນ ດີ ສຳລັບການປູກຝັງ. ຈາກເມືອງຫຼວງ ເບຣຸດ (Beirut) ໄປຫາ ບາວແບກ ຈະໃຊ້ເວລາຂັບຣົດເປັນເວລາປະມານ ສອງ ຫາ ສາມ ຊົວໂມງ.

ບາວແບກ ເປັນທ້ອງຖ່ິນທີ່ມີທັມະຊາດທີ່ງົດງາມຫຼາຍ ແລະ ກໍ່ມີວັດທຸໂບຮານອັນເກົ່າແກ່ຂອງຊາວໂຣມັນ (Roman) ຊາວຟີນີຊັນ (Phoenician) ແລະ ຊົນຊາດຊົນເຜົ່າຂອງມະຫາອານາຈັກບີຊັນທີນ (Byzantine) ຊຶ່ງຍັງຕັ້ງເປັນຫໍວິຫານ ແລະ ຍັງທົນທານຈາກໄພທັມະຊາດ ສົງຄາມ ແລະ ສິ່ງແວດລ້ອມ.

ສິ່ງປະຣັກຮັກພັງເປັນສ່ິງອັນມະຫັດສະຈັນທີ່ສຸດ ທີ່ຄົນໂບຮານສາມາດປຸກຫໍວິຫານພຼະເຈົ້າຕ່າງໆນາໆໄດ້ ເຊັ່ນ ຫໍວິຫານຂອງເຈົ້າຈູປະເດີ (Jupiter), ຫໍວິຫານເທບທິດາວີນນາສ໌ (Venus)ແລະ ຫໍວິຫານບັກກາຊ໌ (Bacchus)ຫຼື ເຈົ້າ ສຸລານາລີ ເພາະ ຖ້າເບິ່ງກ້ອນຫີນກ້ອນໃຫຍ່ໆທີ່ມີນ້ຳໜັກປະມານພັນຕອນນີ້ແລ້ວ ທ່ານກໍ່ຈະມີຄວາມຮູ້ສຶກວ່າ ເປັນສິ່ງສຸດວິໃສແທ້ໆ ວ່າ ຄົນໂບຮານສາມາດສ້າງຂຶ້ນໄດ້ແນວໃດ ແລະ ໃຊ້ເທກນໍໂລຈີ ປຸກສ້າງຫໍເຈົ້າ ຈູປະເດີນີ້ ໄດ້ແນວໃດແທ້ ເພາະ ຄວາມຮູ້ຂອງສຖາປະນິກຊ່າງກໍ່ສ້າງກໍ່ບໍ່ມີໜັງສືໄວ້ໃຫ້ຄົນລຸ້ນຫຼັງໄດ້ອ່ານແລະເຫັນ.

ເວລາຂັບຣົດຊົມທິວທັດປະເທສເລບັນນອນ ສ່ິງປະຣັກຮັກພັງກໍ່ມີຕາມຖະນົນແຫ່ງຊາດນີ້ຫຼາຍ ຈົນບໍ່ສາມາດຊົມວັດທຸເກົ່າແກ່ເລົ່ານີ້ໄດ້ມົດ ແຕ່ດີທີ່ເລບັນນອນເປັນປະເທສທີ່ນ້ອຍ. ຖ້າປຽບທຽບໃສ່ກັນກັບປະເທສອາຣັບອື່ນໆແລ້ວ ເລບັນນອນເປັນປະເທສທີ່ນ້ອຍປະເທສນຶ່ງ ແລະ ຖ້າຈະຂັບຣົດທ່ອງທ່ຽວຊົມທິວທັດເທົ່ານັ້ນ ໃນປະມານມື້ດຽວ ກໍ່ຈະເຫັນເລບັນນອນໄດ້ໝົດ ແຕ່ກໍ່ຕ້ອງໄດ້ຣະມັດຣະວັງຫຼາຍ ເພາະ ຕ້ອງໄດ້ຂັບໄຕ່ຂຶ້ນພູລົງພູ ແລະ ຕ້ອງຫຼີກຄົນລ້ຽງແບ ແລະ ສັດຕ່າງໆ ຕາມພູຜາ ບໍ່ແຕກຕ່າງຫຍັງກັນກັບໄປທ່ຽວເມືອງລາວ.

ຊາວເລບັນນອນມີເຊື້ອສາຍມາຈາກຊາວເຜົ່າຟີນີຊັນ ຊຶ່ງແຕ່ກ່ອນ ໄດ້ໄປຄ້າຂາຍກັນກັບຊາວອີຈິບ ໂດຍສະເພາະ ໃນການສົ່ງໄມ້ຫອມຊີເດີ (ເປັນໄມ້ແປກສະນິດນຶ່ງ) ໄປຂາຍໃຫ້ເມືອງເອກຕ່າງໆ ໃນທະວີບຮິມທະເລ ເມດະທະເຣນນຽນ ແລະ ຕອນນັ້ນ ໄມ້ຫອມຊີເດີກໍ່ເກີດເຕັມປະເທສເລບັນນອນ ອັນເປັນສັພະຍາກອນສິນຄ້າ ອັນມີຄ່າ ແຕ່ປັດຈຸບັນນີ້ ມີຕົ້ນຊີເດີບໍ່ພຽງເທົ່າໃດ ຕົ້ນທີ່ແກ່ທີ່ສຸດແລະມີອາຍຸປະມານ 800 ກວ່າປີ ຫຼື ຫຼາຍພັນປີນັ້ນ ກໍ່ຈະມີເຫຼືອພຽງຢູ່ໜ້ອຍດຽວໃນປ່າສະຫງວນລີຂະສິດຊີເດີເທົ່ານັ້ນ.

ດຽວນີ້ ເລບັນນອນເປັນປະເທສທີ່ທັນສະໄໝໄປແລ້ວ ຊຶ່ງມີຫຼາຍຊົນຊາດຊົນເຜົ່າປົກຄອງປະເທສ ແລະ ນັບຖືສາສະນາຕ່າງໆ. ບາງກຸ່ມກໍ່ຖືກກັນດີ ແຕ່ ບາງກຸມຫຼືພັກພວກຕ່າງໆກໍ່ມັກຈະກໍ່ເຣື່ອງການຮ້າຍໃຊ້ການເມືອງແລະຍາດຊິງກັນເອົາອຳນາດ ຊຶ່ງກໍ່ເປັນປັນຫາໂດຍມີທົ່ວໆໄປ ໃນແຕ່ລະປະເທສ. ເມືອງຫຼວງ ເບຣຸດ ມີຊື່ຫຼິ້ນວ່າ ເປັນ “ເມືອງປາຣີຂອງທິດຕາເວັນອອກ“ ຫຼື “ປະເທສສວິສເຊີແລນ” ເພາະ ເລບັນນອນມີສີ່ຣະດູຄືກັນກັບປະເທສທີ່ມີຫິມມະຕົກ ແລະ ໃບໄມ້ລົນໃນຍູໂຣບ. ການແຕ່ງຕົວນຸ່ງເຄື່ອງຖື ຊາວເລບັນນອນກໍ່ຕາມແຟຊັນສໄໝໃໝ່. ແຕ່ອັນນີ້ກໍ່ເປັນສິ່ງນອກກາຍເທົ່ານັ້ນ ຖ້າຈະເວົ້າເຖິງຊາວເລບັນນອນ. ສິ່ງສຳຄັນແທ້ໆກຽວກັບຊາວເລບັນນອນ ແມ່ນ ພວກເຂົາເຈົ້າ ເປັນຄົນທີ່ມີຄວາມເອື້ອເຟື້ອ ເຜີຍແຜ່ ແລະ ໃຈກວ້າງ ແບບດຽວກັນກັບຄົນລາວເອົາໂລດ ເຖິງແມ່ນວ່າ ຊາວເລບັນນອນຈະມີຜິວພັນຂາວ ຕາສີຟ້າ ຫຼື ຜົມທອງ.

ເລບັນນອນ, ເມື່ອໄປເຫັນກັບຕາແລ້ວ ທຸກໆຄົນກໍ່ຈະຕ້ອງຫຼົງມັກຮັກປະເທສນີ້ທັນທີ່ ແຕ່ ຖ້າຈະໄປຊົມທິວທັດປະເທສເລບັນນອນແທ້ໆ, ທ່ານກໍ່ຈະຕ້ອງອົດທົນໄຕ່ຂຶ້ນຕີນພູແດ່ຈັກໜ້ອຍ.

< Back to Front Page.