ເປັນຄັ້ງທຳອິດທີ່ຂ້ອຍໄດ້ເຫັນຜູ້ຊາຍອົກສາມສອກນ້ຳຕາໄຫຼ ເມື່ອຂ້ອຍໄດ້ບອກລາວວ່າ ຕູ້ລົງຄະແນນສຽງເລືອກຕັ້ງໄດ້ປິດລົງແລ້ວ.
“ເຈົ້າມາລົງຄະແນນສຽງເລືອກຕັ້ງບໍ!” ຂ້ອຍຖາມຜູ້ຊາຍຜູ້ທີ່ກຳລັງຍ່າງຜ່ານຂ້ອຍຢ່າງວ່ອງໄວ.
“ແມ່ນແລ້ວ.”
“ເຈົ້າມາຊ້າເກີນໄປ. ພວກເຮົາປິດຕູ້ລົງຄະແນນສຽງເລືອກຕັ້ງແລ້ວ.” ລາວເບິ່ງໂມງຂອງລາວ.
“ໂອ...ໂນ....ຂ້ອຍຟ້າວແວ່ໄປສີດຍາກັນໄຂ້ຫວັດໃຫຍ່ບຶດດຽວ ແລ້ວຂ້ອຍກ່ໍຟ້າວແວ່ມານີ້ໂລດ!”
“ຂໍໂທດນຳຫຼາຍໆ. ພວກເຮົາປິດຕູ້ແລ້ວ. ແຕ່ເຈົ້າຍັງມີໂອກາດອີກຢູ່ໃດ໊.” ຂ້ອຍພະຍາຍາມປອບໃຈລາວ ແລະ ກໍ່ເວົ້າຢອກຫຼີ້ນໆໃສ່ລາວວ່າ, “ຢ່າລືມມາອີກເດ້ີ ເດືອນສອງ ວັນທີ ແປດປີໜ້າ!” ຂ້ອຍເຫັນນ້ຳຕາລາວໄຫຼ ແລະ ລາວກ່ໍພະຍາຍາມຫຼີກເວັ້ນເບິ່ງສາຍຕາຂ້ອຍ ແລະ ກໍ່ຟ້າວແລ່ນກັບເຂົ້າໄປໃນຣົດລາວ.
ຂ້ອຍໃຫຍ່ໂຕຢູ່ປະເທສສະຫາຣັຖອະເມຣິກາເປັນຊາວກວ່າປີແລ້ວ ມີຄືີີນນີ້ແລະ ທີ່ຂ້ອຍໄດ້ເຫັນວ່າ ຄົນເຮົາຢາກໄດ້ ປະຊາທິປະໄຕ ຈົນນ້ຳຕາໄຫຼ.
ເປັນອັນວ່າ ການໂຄສະນາຫາສຽງ ລົງຄະແນນສຽງເລືອກຕັ້ງ ເອົາຜູ້ແທນຕ່າງໜ້າ ໃນສະພາຕ່ຳ ແລະ ສະພາສູງ ຈົນໄປເຖິງການເລືອກຕັ້ງເອົາປະທານາທິບໍດີປະເທສຜູ້ໃໝ່ ໃນແຕ່ລະເມືອງແລະຣັຖ ກ່ໍໄດ້ເລີ້ມຂຶ້ນແລ້ວ.
ຂ້ອຍເອງ ກ່ໍໄດ້ຮັບຈົດໝາຍຈາກເມືອງອາລິງຕັນລ໌ຣັຖເວີຈີນຍາ ທີ່ຂຽນມາຖາມວ່າ “ຕ້ອງການຜູ້ອາສາສະມັກເປັນ Officer of Election ມາຊ່ອຍ ໃນມື້ວັນອັງຄານ ວັນທີຫົກ ເດືອນພຶສພາ ມາຊ່ອຍຄວບຄຸມການລົງຄະແນນສຽງເລືອກຕັ້ງ ໃນສະຖານທີ່ລົງຄະແນນສຽງເລືອກຕັ້ງ”. ຂ້ອຍກ່ໍອ່ານຈົດໝາຍຈົນຈົບ ແລະ ກ່ໍຄິດໃນໃຈວ່າ ຂ້ອຍໄປເສັຽເວລາເຮັດຫຍັງ ຈາຍເງີນໃຫ້ກ່ໍໜ້ອຍດຽວ ໄດ້ພຽງແຕ່ $130 ເທົ່ານັ້ນ. ແຕ່ມີສຽງນ້ອຍໆ ມາຊິມໃສ່ຫູວ່າ “ໄປທະແມ໊...ໄປເປັນອາສາສະມັກ ດີແລ້ວ ເຈົ້າຈ່ຶິງຈະໄດ້ຮູ້ກ່ຽວກັບການລົງຄະແນນສຽງເລືອກຕັ້ງນັ້ນ ເປັນຢ່າງໃດແດ່.”
ເມື່ອໄດ້ຍິນສຽງຕົນເອງເວົ້າດັ່ງນັ້ນແລ້ວ ຂ້ອຍກ່ໍລົງລາຍຊື່ໃນເອກກະສານ ທີ່ທາງຫ້ອງການເມືອງອາລິງຕັນລ໌ໄດ້ສ່ົງມາໃຫ້ ແລະ ກ່ໍເອົາໃສ່ໃນຊອງຈົດໝາຍ ຕິດສະແຕມ ສົ່ງອອກໄປຕາມທ່ີຢູ່. ສອງ-ສາມມື້ ຂ້ອຍກ່ໍໄດ້ຮັບຄຳຕອບ. ແຕ່ ຂ້ອຍກໍ່ຕ້ອງໄດ້ລົງຊື່ລາຍມືຫຼາຍຂຶ້ນອີກກວ່າເກົ່າ ໂດຍທີ່ຂ້ອຍຈົນບໍ່ຢາກໄປເປັນອາສາສະມັກອີກແລ້ວ ແຕ່ຂ້ອຍກໍ່ບໍ່ຍາກເສັຽສັດຈະໃຫ້ແກ່ຕົນເອງ ຂ້ອຍກ່ໍເລີຍລົົງລາຍຊື່ື ແລະ ເອົາເອກກະສານໄປໃຫ້ກຳມະການຜູ້ໃດຜູ້ໜຶ່ງ Public Notary ເຊັນລາຍຊື່ແລະຕີຕາເປັນພະຍານ ແຈ້ງບອກວ່າ ຂ້ອຍໄດ້ສາບານຮັບເປັນຜູ້ອາສາສະມັກ ໃນການລົງຄະແນນສຽງເລືອກຕັ້ງຄັ້ງນີ້ ຢ່າງສຸດຈະຣິດ ແລະ ບໍ່ສໍ້ໂກງຫຼືສໍ້ລາດບັງຫຼວງແຕ່ຢ່າງໃດ.
ບໍ່ພໍຮອດອາທິດດຽວຊ້ຳ ຂ້ອຍກໍ່ໄດ້ຮັບຄຳຕອບວ່າ ຂ້ອຍໄດ້ຖືກເລືອກຕັ້ງເປັນຜູ້ອາສາສະມັກຂອງເມືອງອາລິງຕັນລ໌. ຫຼັງຈາກຂ້ອຍໄດ້ຮັບຄຳຕອບແລ້ວ ຂ້ອຍຕ້ອງໄປຝຶກອົບຮົມກ່ຽວກັບວິທີຄວບຄຸມສະຖານທີ່ລົງຄະແນນສຽງເລືອກຕັ້ງ ເຊັ່ນ: ມາເປີດປະຕູສະຖານທີ່ລົງຄະແນນສຽງເລືອກຕັ້ງແຕ່ຫ້າໂມງເຊົ້າ, ຕິດປ້າຍບອກຜູ້ຄົນທີ່ມາຫາສຽງ ຕ້ອງຢືນໄກສີ່ສິບນິ້ວ ຈາກປະຕູສະຖານທ່ີລົງຄະແນນສຽງເລືອກຕັ້ງ, ຜູ້ມາລົງຄະແນນສຽງເລືອກຕັ້ງ ຕ້ອງບອກຊື່ ແລະ ທີ່ຢູ່ດັງໆ ໃຫ້ຜູ້ອາສາສະມັກໄດ້ຍິນຢ່າງລະອຽດ.
ແລງວັນຈັນ ຂ້ອຍນອນບໍ່ໄດ້ເລີຍ ເພາະ ຢ້ານຕືນບໍ່ທັນໄປສະຖານທີ່ລົງຄະແນນສຽງເລືອກຕັ້ງ ຂ້ອຍໄດ້ແຕ່ນອນລັບໆຕື່ນໆ ຈົນເຮັດໃຫ້ຕົນເອງເມ່ືອຍ. ສອງໂມງເຊົ້າ ຂ້ອຍລຸກຂຶ້ນມາມ້ຽນເຄື່ອງໃຊ້ໃນເຮືອນ ເພື່ອຂ້າເວລາ. ສ່ີໂມງເຄ່ິງຕອນເຊົ້າ ຂ້ອຍອອກຈາກເຮືອນ ຂັບຣົດໄປເຖິງສະຖານທ່ີລົງຄະແນນສຽງເລືອກຕັ້ງ ມາຮອດໄວກ່ອນໂມງສິບນາທີ. ເມື່ອໄປເຖິງ ຂ້ອຍບໍ່ເຫັນໃຜເລີຍ ເຫັນແຕ່ຜູ້ດູແລທຳຄວາມສະອາດໂຮງຮຽນອະນຸບານເດັກ. ນັ້ນແລະ ຄື ສະຖານທ່ີລົງຄະແນນສຽງເລືອກຕັ້ງ.
ຂ້ອຍກ່ໍນັ່ງຖ້າໃນຣົດ ນັ່ງຝີງອາຍຮ້ອນ ແລ້ວ ຣົດຜູ້ອາສາສະມັກຄົນອື່ນໆ ກໍ່ເຂົ້າມາຈອດໃນບ່ອນຈອດຣົດແຕ່ລະບ່ອນ. ຂ້ອຍກໍ່ອອກໄປທັກທາຍເພື່ອນໃໝ່ແລະແນະນຳຕົນເອງ. ແລ້ວພວກເຮົາກ່ໍພາກັນເອົາເຄື່ອງຂອງຕ່າງໆເຂົ້າໄປຫ້ອງກິລາ ແລະ ຕົບແຕ່ງໂຕະຕ່ັງ ແລະ ຕິດປ້າຍຕ່າງໆກ່ຽວກັບການລົງຄະແນນສຽງເລືອກຕັ້ງ. ຕ່ານາທີກ່ອນພວກເຮົາຈະເປີດສະຖານທ່ີ ໄດ້ມີຄົນສາມຄົນ ມາຢືນລຽນແຖວຕຽມພ້ອມທີ່ຈະລົງຄະແນນ.
ຫົກໂມງຫາເຈັດໂມງເຊົ້າ ຄົນມາລົງຄະແນນສຽງເລືອກຕັ້ງຫຼາຍ ບາງຄົນກໍເອົາລູກຫຼານມານຳ ເພາະ ທຸກໆຄົນທີ່ພາລູກຫຼານມານັ້ນ ເຊື່ອວ່າ ເດັກນ້ອຍທີ່ມານຳພໍ່ແມ່ນັ້ນ ເມື່ອໃຫຍ່ຂຶ້ນລຸນ ພວກເຂົ້າເຈົ້າກ່ໍຈະອອກມາລົງຄະແນນສຽງເລືອກຕັ້ງ ຄືກັນກັບພໍ່ແມ່ເຂົາເຈົ້າ. ຕອນເຊົ້ານັ້ນ ຫຼັງຈາກຄົນສຸດທ້າຍໄດ້ລົງຄະແນນແລ້ວ ສະຖານທີ່ຂອງເຮົາກໍ່ງຽບລົງຫນ້ອຍຫນຶ່ງ. ໃນຕອນທ່ຽງ ຄົນກໍ່ເລີ້ມກັບມາລົງຄະແນນອີກ. ຕອນຄົນມາຫຼາຍທີ່ສຸດນັ້ນ ແມ່ນຍາມຫ້າໂມງແລງ ເພາະວ່າ ເຂົາເຈົ້າເລີ້ມເລີກການແລະເລີຍຖືໂອກາດມາແວ່ລົງຄະແນນ. ຫມົດມື້ ຄົນກໍ່ເຂົ້າອອກໆ ມາລົງຄະແນນ. ຕອນບໍ່ມີຄົນມາ ຂ້ອຍກໍໄດ້ມີໂອກາດເວົ້ານົວຫົວມ່ວນແລກປ່ຽນເຣື່ອງລາວຕ່າງໆໃຫ້ກັນຟັງ ກັບໝູ່ເພື່ອນທີ່ມາອາສາສະມັກນຳກັນ. ທຸກໆຄົນ ກ່ໍບອກວ່າ ແລງວັນຈັນ ພວກເຂົາເຈົ້າກໍ່ບໍ່ໄດ້ນອນເລີຍ ເພາະ ຢ້ານນອນລັບລ່ີືມຕື່ນ. ທຸກໆຄົນກ່ໍເອົາອາຫານມາສູ່ກັນກິນ. ຂ້ອຍເອງ ໄດ້ໂທບອກເອື້ອຍ ເອົາອາຫານມາໃຫ້ກິນ.
ມື້ນັ້ນ ທັງເມ່ືອຍ ທັງຫິວນອນ ທັງເຈັບແຂ່ງຂາ ແຕ່ຜູ້ອາສາສະມັກໝົດທຸກຄົນກ່ໍເຕັມໃຈແລະພາກພູມໃຈ ທີ່ໄດ້ຕັດສິນໃຈມາອາສາສະມັກ ເພາະ ຜູ້ຄົນທັງຫຼາຍທີ່ມາລົງຄະແນນນັ້ນ ໄດ້ໃຫ້ກຳລັງໃຈພວກເຮົາຫຼາຍໂດຍບອກວ່າ: “ຂອບໃຈຫຼາຍທີ່ພວກເຈົ້າໄດ້ເສັຽສະລະເວລາມາອາສາສະມັກໃນມື້ນີ້. ພວກເຈົ້າເປັນວີຣະບູຣຸດປະຊາທິປະໄຕ. ຂອບໃຈຫຼາຍໆ.”
ເຈັດໂມງແລງ ພວກເຮົາປິດສະຖານທ່ີລົງຄະແນນສຽງເລືອກຕັ້ງລົງ. ພວກເຮົາກໍ່ມ້ຽນເຄື່ອງຂອງ ແລະ ພິມຄະແນນສຽງເລືອກຕັ້ງ ແລະ ບວກຄະແນນທັງຫມົດ. ມີປະມານແປດຮ້ອຍກວ່າຄົນມາລົງຄະແນນໃນສະຖານທີ່ພວກຂ້ອຍ. ທຸກຢ່າງ ຖືກເອົາເຂົ້າຕູ້ເຊັບ ແລະ ຊອງເຈັ້ຽທຸກຊອງ ພວກເຮົາກໍ່ຕິດໄວ້ໝົດ ແລະ ຜູ້ອາສາສະມັກທຸກໆຄົນ ກໍ່ພາກັນເຊັນລາຍຊື່ ເພື່ອປ້ອງກັນການສໍ້ໂກງລັກລອບເອົາຄະແນນສຽງເລືອກຕັ້ງ.
ປະຊາທິປະໄຕ ທີ່ຊາວໂລກຫຼາຍໆຄົນໄດ້ຕາຍຍ້ອນ ກໍ່ເປັນໄປດ້ວຍຢ່າງສັນຕິວິທີ ໃນມື້ວັນທີຫົກ ເດືອນພຶສພາ. ສຽງໜຶ່ງສຽງດຽວທີ່ແຕ່ລະຄົນໄດ້ເອົາມາລົງຄະແນນສຽງເລືອກຕັ້ງ ມີຄຸນຄ່າເປັນຢ່າງສູງ.
ຢ່າລືມ ໄປລົງຄະແນນສຽງເລືອກຕັ້ງ, ເດືອນສອງ ວັນທີ ແປດ ປີ 2008.
