ລາວກໍ່ບໍ່ແມ່ນ ຝຣັ່ງກໍ່ບໍ່ຄື ແຕ່ເມື່ອຖ້າທ່ານໄດ້ຫຍ້ຳກິນກ້ອນ“ເຂົ້າໜົມ”ແມກກະຣອນຂອງພໍ່ຄົວ ທ່ານ ມີແຊວລ໌ ຊີອອນ ເຈົ້າຂອງຮ້ານເຂົ້າໜົມ ມີແຊວລ໌ ປະຕີສຣີ (Michel Patisserie)ແລ້ວ ບໍ່ວ່າທ່ານຈະເປັນຄົນລາວ, ຝຣັ່ງ ຫຼື ຄົນຜູ່ໃດຜູ່ນຶ່ງກໍ່ຕາມ ທ່ານກໍ່ຈະບອກໄດ້ວ່າ “ເຂົ້າໜົມ”ແມກກະຣອນຫວານມັນແລະແຊບດີ.
ເວົ້າເຖິງເຣື່ອງເຂົ້າໜົມມາແລ້ວ ຄົນລາວພັດສ້ຳບໍ່ມັກກິນຂອງຫວານໆ ແລະ ກໍ່ບໍ່ຄ່ອຍໄດ້ເຫັນ ຫຼື ມີຂາຍຕາມຕະຫຼາດແລະຮ້ານອາຫານລາວ ເພາະສະນັ້ນ ແມ່ຄົວຫຼືພໍ່ຄົວລາວ ມັກຈະບໍ່ເປີດຮ້ານເຮັດເຂົ້າໜົມຂາຍກັນ ແຕ່ຈະມີແຕ່ຮ້ານອາຫານຂາຍສົ້ມໝູ ໄສ້ກອກ ສົ້ມຜັກ ຂຽບໝູ ຯລຯ ສ່ວນຫຼາຍ.
ຢູ່ສະຫາຣັຖອາເມຣິກາ ການນິຍົມກິນເຂົ້າໜົມໃນວົງກຸ່ມໝູ່ເພື່ອນຊາວໜຸ່ມລາວອາເມຣິກັນ ກໍ່ກຳລັງນິຍົມກັນ ເພາະ ພວກເຂົາເຈົ້າໄດ້ອອກໄປສັງສັນກັບໝູ່ເພື່ອນຊາວອາເມຣິກັນທີ່ມີເຊື້ອສາຍມາຈາກປະເທສອື່ນໆ. ເພາະສະນັ້ນ ຖ້າຄົນລາວຜູ່ໃດຜູ່ນຶ່ງກ້າທີ່ຊິຕັ້ງຮ້ານເຮັດຂອງຫວານກໍ່ຈະໄດ້ຮັບລູກຄ້າມາອຸດໜຸນໄດ້ຢ່າງຫຼວງຫຼາຍ.
ພໍ່ຄົວເຂົ້າໜົມ ມີແຊວລ໌ ກໍ່ເປັນຄົນລາວສອດຝຣັ່ງຜູ່ນຶ່ງໃນຣັຖເວີຈິນເນັຽ ທີ່ກຳລັງນຳເອົາຂອງຫວານ “ເຂົ້າໜົມ”ແມກກະຣອນມາຕອບສະໜອງຜູ່ທີ່ມັກກິນຂອງຫວານ. “ເຂົ້າໜົມ” ແມກກະຣອນຂອງທ່ານ ກໍ່ໄດ້ຖືກນັກຂ່າວຈາກຂ່າວສານອີແມລ໌ ແລະ ແວບໄຊທ໌ ເດລີແຄນດີ (DailyCandy) ມາສຳພາດ ແລະຂ່າວສານ ເດລີແຄນດີ ກໍ່ສົງເຣື່ອງຂອງທ່ານ ມີແຊວລ໌ ໄປໃຫ້ອົງການຂ່າວສານ ໜັງສືພິມ ແລະ ວາຣະສານຕ່າງໆ ມາຂໍສຳພາດທ່ານ.
ນອກຈາກຂອງຫວານແລ້ວ ອາຫານລາວກໍ່ກຳລັງເປັນອາຫານທີ່ນິຍົມກິນກັນແລະຖືກປາກຖືກຄໍຂອງຜູ່ທີ່ມັກກິນອາຫານຕ່າງຊາດຫຼາຍ ແຕ່ເສັຽດາຍ ຢູ່ໃນຂົງເຂດວໍຊິງຕັນດີຊີແມດໂຕຣ ບໍ່ຄ່ອຍໄດ້ເຫັນຮ້ານອາຫານລາວ. ແມ່ຄົວພໍ່ຄົວລາວທີ່ເຮັດອາຫານແຊບໆກໍ່ບໍ່ອຶດ ໂດຍສເພາະໃນສະມາຄົມສະຕຣີລາວອະເມຣິກັນໃນຂົງເຂດວໍຊິງຕັດດີຊີ (Lao American Women Association) ທີ່ໄດ້ເອົາຫຼາຍຕຳລາຫຼັກສູດເຮັດອາຫານລາວແຕ່ລະເຍື່ອງ ມາປະກອບຮ່ວມເຂົ້າກັນ ແລະ ພິມອອກມາເປັນປຶ້ມ.
ເຈົ້າຂອງຮ້ານອາຫານລາວມີທົ່ວສະຫາຣັຖຫຼາຍ ແຕ່່ພວກເຂົາເຈົ້າຍັງຕັ້ງຮ້ານອາຫານເປັນຮ້ານອາຫານໄທຍ ເພາະ ພວກເຂົາເຈົ້າພາກັນເຊື່ອວ່າ ຖ້າເປີດຮ້ານອາຫານລາວແລ້ວ ຈະບໍ່ມີລູກຄ້າມາອຸດໜຸນ. ທ່ານ ສີໃສ ສີສຸພອນ ເຈົ້າຂອງຮ້ານແລະພໍ່ຄົວ ຮ້ານເຂົ້າໜຽວ ກໍ່ເລີ້ມປ່ຽນຄວາມຄິດແບບນີ້. ໃນເມືອງອິດທະກາ ຣັຖນິວຢອກ ທ່ານພະຍາຍາມທົດລອງເຮັດອາຫານລາວແບບມຸນໃຊ້ ຄືທົດລອງເຄື່ອງປຸງຕ່າງໆມາປະກອບກັບ ເຄື່ອງປຸງຂອງລາວທີ່ເອີ່ນວ່າ ຟິວຊັນ (fusion) ແລະ ທ່ານສີໃສ ກໍ່ໄດ້ຮັບຜົນດີໃນການທົດລອງປົນເຄື່ອງປຸງ. ແຕ່ລະເຍ່ືອງກໍ່ຖືກປາກຖືຄໍລູກຄ້າທີ່ມາກິນເປັນຢ່າງດີ.
ອາຫານລາວ ຍັງລໍຖ້າພໍ່ຄົວແມ່ຄົວລາວ ທີ່ຈະນຳເອົາອາຫານລາວແຊບໆມາໃຫ້ຄົນຕ່າງຊາດຫຼາຍຄົນໄດ້ຊິມ. ສຳລັບເຂົ້າໜົມແລ້ວ ຈະເອົາຊ໋ອກໂກແລດມາປະກອບປົນກັບເຂົ້າໜົມລາວແບບໃດ ຫຼື ເຄື່ອງປຸງຕ່າງໆແບບໃດດີ ທີ່ຄົນທົ່ວໂລກຢາກຈະສັ່ງເອົາມາກິນ.
