Bakka Magazine

Volume 4, January-December 2010

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Thursday, July 29, 2010 6:13 pm EST

ສິນໄຊ ສັງ ແລະ ສີໂຫ ຜະຈົນໄພໂລກ ຕອນທີ 2

Gumphan of Anorath

(ສັງ ສິນໄຊ ເປັນວັນນະຄະດີຄຳກອນຊັ້ນຍອດຂອງລາວ. ທ້າວປາງຄຳ ນັກປະພັນເອກແຫ່ງກຣຸງສຣີສັຕນານະຫຸດວຽງຈັນ ເປັນຜູ້ແຕ່ງເຣື່ອງໃນສະໄໝ ພ.ສ. 2193 ແລະ ກວດທານໂດຍ ທ່ານ ມະຫາ ສີລາ ວິຣະວົງສ໌ ໃນ ພ.ສ. 2512. ຂ້າພະເຈົ້າໄດ້ນຳເອົາເຣື່ອງນີ້ມາຂຽນເປັນບົດລະຄອນໃຫ້ທ່ານໄດ້ອ່ານຫຼິ້ນ.)

ໃນເມືອງອະໂນຣາດ ກຸມພັນເຖົ້າເປັນເຈົ້າຄອງເມືອງ ກຸມພັນນີ້ ມີຣິດເດດແລະເກງກ້າສາມາດຫຼາຍ ເພາະ ໄດ້ໄປຮຽນຮູ້ສາຕສິລປ໌ທຸກຢ່າງ ສັບສົມບັດກໍ່ມີລົ້ນເຫຼືອ ກອງມະນີນັບໂກຕ ແລ້ວຍັງເປັນຊາດເຊື້ອກັບເຈົ້າເວສສຸວັນ ຜູ່ທີ່ແຕ່ງຕັ້ງໃຫ້ກຸມພັນເປັນເຈົ້າແຫ່ງຜີ ກຸມພັນຢູ່ເນົານອນແລ້ງຄົນດຽວ ບໍ່ທັນມີເນື້ອຄູ່ມິ່ງມະເຫສີທີ່ຈະມາຄອຍເຝົ້າບົວລະບັດ ແລະເວົ້າຫົວມ່ວນຊື່ນນຳ ກຸມພັນເຖົ້າກໍ່ໄດ້ແຕ່ນັງຄິດວ່າ ມິ່ງຂວນໃຈຂອງຕົນນັ້ນ ຈະໄປເກີດຢູ່ບອນໃດ ຈະເປັນຊາດເຊື້ອນາມນາດດຽວກັນບໍ່ ຫຼືວ່າ ນາງໄປເກີດຢູ່ໃນໂລກມະນຸດນັ້ນ ຫຼື ເປັນຄຸທ. ກຸມພັນອຸກໃຈຫຼາຍຈຶ່ງຂຶ້ນໄປເທິງຟ້າ ໄຕ່ຂຶ້ນຂັ້ນໄດທອງ ເພື່ອໄປຖາມເຈົ້າເວສສຸວັນ.

ເມື່ອກຸມພັນໄຕ່ຂຶ້ນຂັ້ນໄດໄປເຖິງຫໍຜາສາດຂອງເຈົ້າເວສສຸວັນແລ້ວ ກຸມພັນກໍ່ເຂົ້າໄປກາບ.

“ກຸມພັນ ມຶງຂຶ້ນມາຫາກູມື້ນີ້ ເປັນກຽຣຕິ໌ຢ່າງຍິ່ງ. ມຶງມີເຣື່ອງຍັງ ຈຶ່ງໄດ້ຂຶ້ນມາຢ້ຽມຢາມກູ?”

“ຂ້າຜູ້ນ້ອຍ ນັບມື້ນັບເຖົ້າຂຶ້ນ ຈຶ່ງຢາກຮູ້ວ່າ ມະເຫສີຂອງຜູ້ຂ້ານັ້ນ ໄດ້ໄປເກີດຢູ່ດິນແດນໃດແດ່?”

ເຈົ້າເວສສຸວັນຮູ້ວ່າເນື້ອຄູ່ຂອງກຸມພັນ ໄປເກີດຢູ່ເມືອງເປັງຈາລໃນໂລກມະນຸດພຸ້ນ ແລະ ບໍ່ຢາກບອກກຸມພັນຜູ່ເປັນຫຼານຊາຍຕົນ ເພາະ ຢ້ານກຸມພັນຖືກເສນາອາມາດ ຫຼື ທ້າວກຸສຣາຊເອງ ຂ້າຫຼານຊາຍຂອງຕົນຕາຍ ແລ້ວຈຶ່ງເວົ້າວ່າ:

“ນາງນັ້ນ ລົງໄປເກີດຢູ່ໃນນະຄອນໂລກຄົນ ເປັນນ້ອງທ້າວກຸສຣາຊ ຊື່ວ່າ ສຸມຸນທາ. ຮູບຮາງຂອງນາງຄືກັນກັບຮູບແຕ້ມ ແລະ ຊື່ສຽງຂອງນາງກໍ່ລືຊາໄປທົວໝື່ນເມືອງ ອ້າຍມັນສ້າງເມືອງກວ້າງແລະເປັນເອກມະຫາວົງສ໌ ເສນາອາມາດຂອງມັນນັບບໍ່ຖ້ວນ ຄອຍຕິດຕາມຍາມເຝົ້າບໍ່ຂາດ ລິດເດຊຂອງມັນ ດັງກ້ອງໄປທົ່ວທະວີບບໍ່ມີໃຜທໍ່ ກຸມພັນຫຼານຮັກ ກູຢ້ານມຶງມີບາບແຕ່ຊາດກ່ອນ ອັນເປັນສິງມາບັງບຽດຂອງພວກເຈົ້າທັງສອງ. ມຶງຄວນຟັງໃຫ້ດີໆ ຢ່າໄປເອົານາງມາເລີຍ ເພາະ ອັນຕະລາຍຈະມາເຖິງມຶ່ງ.”

ເມື່ອຟັງເຈົ້າເວສຸວັນກ່າວແລ້ວ ກຸມພັນກໍ່ຕອບວ່າ, “ໃຕ້ລຸ່ມຟ້າ ຫຼານບໍ່ມີຢ້ານຢ່ອມໃຜ. ນີ້ກໍ່ເປັນບຸນຂອງຂ້ານ້ອຍທີ່ຈະໄດ້ມະເຫສີງາມຍິ່ງ ຖ້າຂ້ານ້ອຍບໍ່ໄປເອົານາງມາ ຂ້ານ້ອຍຈະຢູ່ກິນໄດ້ບໍ? ຂ້ານ້ອຍຂໍໃຫ້ພຣະຍາລອງສ່ອງເບິ່ງໃຫ້ຂ້ານ້ອຍແດ່ວ່າ ນາງລົງໄປເກີດຢູ່ບ່ອນໃດ?”

ຫຼັງຈາກເວສສຸວັນໃຫ້ຄຳຕອບແກ່ກຸມພັນແລ້ວ ກຸມພັນກໍ່ກາບລາທ່ານ ແລະ ໄຕ່ລົງຂັ້ນໄດທອງອອກຈາກຜາສາທແກ້ວ. ເມື່ອກຸມພັນກັບຄືນຮອດຜາສາທຂອງຕົນ ກໍ່ໄດ້ແຕ່ຄິດຫານາງສຸມຸນທາຈົນກິນບໍ່ໄດ້ນອນບໍ່ລັບ ນ້ຳຕາໄຫຼຫ່ຼັງອອກປຽບເຫມືອນດັ່ງແມ່ນ້ຳຂອງ ເພາະ ຢາກໄປເຫັນໜ້ານວນຂອງນາງນ້ອຍນ້ອງສະມຸນທາຈົນໃຈຊິຂາດ.

ເວລາແສງພຣະອາທິດຕົກດິນ ກຸມພັນຈຶ່ງຄິດຫາວິທີທາງທີ່ຈະຊ່ວນເອົານາງມາບ້ານເມືອງຂອງຕົນໄດ້ແນວໃດ ແລ້ວຄິດຕາມລຳພັງຢູ່ຜູ່ດຽວວ່າ, “ອ້າຍຈະອ້ອນວ່ອນເອົານ້ອງແຕ່ກໍ່ຢ້ານເຈົ້າຕົກຕື່ນໃຈ ເພາະວ່າ ອ້າຍບໍ່ແມ່ນແນວຊາດເຜົ່າເຊື້ອດຽວກັນກັບເຈົ້າ ແຕ່ ອ້າຍຈະມາຄົນດຽວແລະຈະຈອບເອົາເຈົ້າໄດ້ ແລະ ອ້າຍຈະພານ້ອງເຫາະຂຶ້ນໄປເທິ່ງເມຄ.”

ເມື່ອຄິດແລ້ວ ກຸມພັນກໍ່ເຫາະຂຶ້ນເທິ່ງເມຄຢັງໄປເມືອງເປັງຈາລ. ກຸມພັນຫຼຽວລົງເຫັນພື້ນເມືອງມະນຸສເຕັມໄປດ້ວຍຄົນທຽວໄປມາ ແລ້ວກຸມພັນກໍ່ລອຍຜ່ານພູເຂົາເປັນພະໂຍມໆ ແລະ ໃນທີ່ສຸດກໍ່ເຫັນແສງເຫຼືອງເຫຼື້ອມຂອງຍອດຄຳຜາສາທເມືອງເປັງຈາລ ເວລາກຸມພັນເຫາະເຂົ້າໄປໃກ້ເມືອງ ກໍ່ແນມເຫັນຜາສາທຂອງນາງສຸມຸນທາຕັ້ງຢູ່ຕໍ່ໜ້າ ຫ້ອງຂອງນາງເຕັມໄປດ້ວຍແກ້ວສີີ່ໃສ ເບິ່ງຄືກັນກັບດວງດາວຫ້ອຍຢູ່ທ້ອງຟ້າເປັງແສງຍິບຍັບໆ ສຽງບັນເລັງເພງດັງກ້ອງສໜັ່ນອອກມາຈາກຫໍ ແລະ ສວນດອກໄມ້ກໍ່ອອກດອກບານເປັນກີບ ມີທັງສີແດງ ສີເຫຼືອງ ສີຂາວ ສີບົວ ແລະ ສີອື່ນໆ. ກຸມພັນຢາກເຂົ້າໄປຫານາງສຸມຸນທາ ແຕ່ກໍ່ເຂົ້າໄປຫາບໍ່ໄດ້ ເພາະ ມີທະຫານແລະນາງໃຊ້ຄອຍເຝົ້າບົວລະບັດຢ່າງຫຼວງຫຼາຍ ແລະ ກຸມພັນກໍ່ອາຍ ເພາະ ຢ້ານນາງຢ້ານກົວຮູບສົມອັນແກ່ເຖົ້າຂອງຕົນເມື່ອນາງເຫັນ. ກຸມພັນຈຶ່ງໄປ....(ອ່ານເຣື່ອງຕໍ່ ຕອນ 3 ໃນສະບັບໜ້າ).

< Back to Front Page.