Bakka Magazine

Volume 4, January-December 2010

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Thursday, July 29, 2010 6:05 pm EST

ພະຍາກຸສຣາຊອອກບວດ

King Gusarath's Ordination

(ສັງ ສິນໄຊ ເປັນວັນນະຄະດີຄຳກອນຊັ້ນຍອດຂອງລາວ. ທ້າວປາງຄຳ ນັກປະພັນເອກແຫ່ງກຣຸງ ສຣີສັຕນານະຫຸດວຽງຈັນ ເປັນຜູ່ແຕ່ງເລື່ອງໃນສະໄໝ ພ.ສ. 2193 ແລະ ກວດໂດຍ ທ່ານ ມະຫາ ສີລາ ວິຣະວົງສ໌ ໃນ ພ.ສ. 2512. ຂ້າພະເຈົ້າໄດ້ນຳເອົາເຣື່ອງນີ້ມາຂຽນເປັນບົດລະຄອນ ໃຫ້ທ່ານໄດ້ອ່ານຫລິ້ນ.)

ແປດປີແລ້ວທີ່ນາງສຸມຸນທາຖືກພັດພາກຈາກເມືອງເປັງຈາລ ພະຍາກຸສຣາຊກໍ່ຍັງຄຶດເຖິງນ້ອງສາວຢູ່ສເມີ ຈົນວ່າ ພະຍາບໍ່ສເຫວີຍກິນເຂົ້ານ້ຳເປັນເວລາສາມເດືອນ.  ຜິວໜ້າຂອງພະຍາກໍ່ເລີ້ມເຫລືອງເຂົ້າໆຄືກັນກັບຄົນທີ່ກຳຫລັງຈະຕາຍ ພວກເສນາອາມາດກໍ່ຄ່ອຍເຝົ້າບົວລະບັດທຸກໆເວລາ ຢ້ານວ່າພະຍາຈະລົ້ມປວຍຕາຍ ພະຍາກໍ່ໄດ້ແຕ່ນັງຫ້ອງໄຫ້ໂສກເສົ້າເສັຽໃຈຢູ່ບໍ່ເຊົ່າ ນ້ຳຕາໄຫລລິນລັງລົງເຕັມແກ້ມ ແລະ ພະຍາກໍ່ຄິດຕາມລຳພັງວ່າ,

“ສຸມຸນທານ້ອງຮັກ ເຈົ້າເປັນຕາຍຮ້າຍດີຢ່າງໃດແດໜໍ?  ບັກຍັກກຸມພັນນັ້ນ ກິນເຈົ້າແລ້ວຫລືຍັງ ອ້າຍວ່າຈະໂຮມກຳລັງໄປເອົາເຈົ້າກັບຄືນມາ ແຕ່ກໍ່ບໍ່ຮູ້ວ່າ ມັນລັກເອົາເຈົ້າໄປທາງໃດແດ່. ອ້າຍວ່າຈະໄປຈ້າງໝໍ ເພື່ອຮ່ຳຮຽນມົ່ນເປັນພະທອນ ແລະເຮາະຂຶ້ນໄປທ້ອງຟ້າເພື່ອສອກຫາເຈົ້າໃນເມຄ ແຕ່ກໍ່ເປັນເຣື່ອງສຸດວິໄສ.”

ກຸສຣາຊກໍ່ນັງຄຶດຕໍ່ອີກວ່າ, “ເອີ ອ້າຍຄຶດອອກແລ້ວ! ອ້າຍຈະປອມເປັນພິຂຸ ເພື່ອອອກສອກຫາເຈົ້າໄດ້ຢ່າງສະບາຍ ເພາະຖ້າອ້າຍອອກບວດເປັນພິຂຸ ອ້າຍຈະໄປສອກຫາເຈົ້າໄດ້ຢ່າງປອດໄພກວ່າຄົນທຳມະດາ.”

ເມື່ອພະຍາກຸສຣາຊຄຶດໄດ້ແລ້ວ ພະຍາຈຶ່ງສັງພວກຣາຊມຸນຕີທັງຫລາຍມາພ້ອມດ້ວຍບົວທ້າວບົວນາງມາເຕັມຫ້ອງ ທຸກໆຄົນພາກັນມາເຕັມຫ້ອງຢ່າງໜາແໜ້ນແລ້ວຍົກມືໄຫວກົ້ມກາບພະຍາ ແລ້ວພະຍາກຸສຣາຊກ່າວວ່າ,

“ມື້ນີ້ ເຮົາສັງໃຫ້ພວກເຈົ້າມາເພື່ອຟັງເຮົາ ເພາະເຮົາປະສົງຈະອອກບວດເປັນພິຂຸເພື່ອອອກຕາມຫານ້ອງສາວ ທຸກໆມື້ນີ້ ເຮົາອຸກໃຈຫລາຍເກືອບຈະເປັນບ້າຕາຍຢູ່ແລ້ວ ພວກເຈົ້າຈົ່ງເຮັດຕາມທີ່ເຮົາສັ່ງ.”

ເມື່ອພວກເສນາອາມາດໄດ້ຍິນພະຍາກ່າວແລ້ວ ພວກເຂົາກໍ່ພາກັນຮ້ອງໄຫ້ນຳພະຍາດ້ວຍຄວາມສົງສານດູຕົນ ແລ້ວນາງຈັນທາແລະພວກນາງສະໜົມທັງຫລາຍກໍ່ພາກັນຮ້ອງໄຫ້ນຳແລະກົ້ມກາບພະຍາ.

ຫລັງຈາກນັ້ນ ພະຍາກຸສຣາຊກໍ່ແຕ່ງຕັ້ງໃຫ້ພວກມະຫາເສນາອາມາດຄ່ອຍເຝົ້າຕິດຕາມບົວລະບັດ ນັບຕັ້ງແຕ່ນາງສຸມຸນທາຖືກພັດພາກຈາກເມືອງເປັງຈາລໄປ ພະຍາບໍ່ສະບາຍໃຈເລີຍຈົນມາເຖິງມື້ນີ້ ປ່ານວ່າຄວາມທຸກໂສກຂອງພະຍານັ້ນ ຖືກໄຫລລອງອອກໄປຕາມແມ່ນ້ຳກ້ວາງໃຫຍ່ແມ່ນ້ຳນຶ່ງ ຫລືວ່າ ຄວາມໂສກເສົ້ານີ້ຖືກຈູດເຜົາໄປໝົດແລ້ວ.

ແລ້ວພະຍາກຸສຣາຊກ່າວອີກວ່າ, “ເຮົາຫວັງວ່າ ເຮົາໄວ້ວາງໃຈພວກເຈົ້າໄດ້ດີ ພວກເຈົ້າຈະເບິ່ງແຍງຊ່ອຍເຊື້ອກະສັດຂອງເຮົາຕໍ່ໆໄປ.”

ນາງຈັນທາເຂົ້າເຝົ້າແລ້ວວີ້ວອນກຸສຣາຊວ່າ, “ພະອົງ ຂໍໃຫ້ຂ້າຕິດຕາມທ່ານໄປນຳແດ່ຖ້ອນ ຂ້າຂໍແຖຫົວໃສ່ຜ້າແຜ່ນຂາວຕາມພະອົງໄປ ຄັນວ່າຂ້າພະເຈົ້າຫາງໄກຈາກພະອົງເມື່ອໃດ ຂ້າພະເຈົ້າຈະຕ້ອງຕາຍ ຂ້າພະເຈົ້າເປັນຜູ້ຍິງໂຕນ້ອຍໆຜູ່ນຶ່ງ ຂ້າພະເຈົ້າຈະຮູ້ປົກຄອງພວກບາວໄພ້ເປັນບໍ່ ຄັນວ່າຂ້າພະເຈົ້າໄກຈາກພະອົງ ຂ້າຈະອົດຫິວແຫ້ງຕາຍ. ເປັງຈາລນີ້ ພວກເສນາອາມາດສາມາດເຝົ້າຍາມໄດ້.”

ກຸສຣາຊຮູ້ວ່າຈະຕອບນາງຈັນທາແບບໃດ ແລ້ວຈຶ່ງເວົ້າຈາດ້ວຍຄວາມດີງາມວ່າ, “ເຮົາຈະເດີນດຸ່ງໄປບໍ່ພໍປະມານຄືນກວ່າໆ ນ້ອງຄ່ອຍປົກຄອງພວກໄພ້ຖ້າອ້າຍ ແລະ ຖະນອມຕົນເອງ ນ້ອງຈະຖ້າອ້າຍບໍ່ນານດອກນາ ນ້ອງຈົງພັກຜ່ອນຫລາຍໆ.”

ແຕ່ນາງຈັນທາກໍ່ຍັງຮ້ອງໄຫ້ຢູ່ບໍ່ເຊົ່າ ນ້ຳຕາໄຫລລິນລົງແກ້ມສອງໜວຍ.

ແລ້ວກຸສຣາຊກໍ່ສັງໃຫ້ພວກຂຸນວ່າ, “ພວກສູຈົ່ງໄປແຕ່ງຫ້າງໃຫ້ຮຽບຮ້ອຍ!”

“ໂດຍຂະນ້ອຍ!” ພວກຂຸນກາບລາພະອົງແລ້ວໄປແຕ່ງປະດັບຫ້າງ ແລ້ວພວກເຂົາກໍ່ນຳຫ້າງເມືອຖວາຍພະອົງ. ຫລັງຈາກນັ້ນ ຂຸນກໍ່ຂູດແຖຫົວພະອົງ. ແລ້ວພວກເສນາອາມາດຣາຊມຸນຕີແລະບົວທ້າວບົວນາງທັ່ງຫລາຍ ພາກັນຕົບແຕ່ງປະດັບເຄື່ອງຄຳຕ່າງໆ ໃຫ້ພວກຊ້າງ. ເມື່ອນັ້ນ ກຸສຣາຊສເດັດມາ ໃສ່ຜ້າທອງເຫລືອງ ພວກເສນາອາມາດທັງຫລາຍ ພາກັນແຫ່ຕາມແລະພາກັນລະມັດລະວັງງ່າງ້າວຕົນເອງ. ສຽງກອງເສບດັ່ງກ້ອງປະສານສຽງກັບດົນຕຣີອື່ນໆ ຄົນມາເບິ່ງພໍວ່າເປັນລ້ານ. ຊ້າງແລະມ້າ ພາກັນອອກຍ່າງ.

ພວກຜູ່ຄົນພາກັນຍ່າງຕາມເປັນແຖວຢ່າງລະມັດລະວັງ ພວກບົວທ້າວບົວນາງກໍ່ພາກັນຖືເຄື່ອງຊ້າງໃຫ້ພາຍາ ແລະ ແຍງເບິ່ງຣາຊຄູເຖຣໃຫຍ່ແຫງເປັງຈາລ ແລ້ວເອົາຜ້າແພມາປູໃສ່ບອນພະຍາຍ່າງ.

ແລ້ວກຸສຣາຊກໍ່ຍ້າຍຈາກຊ້າງ ພວກຣາຊມູນຕີເອົາເຄື່ອງມາປະດັບພະຍາ ແລ້ວກໍ່ໃຕ້ທູບທຽນເຕັມໄປໝົດ ແລະ ປະດັບດອກໄມ້ຫອມຫວນທົ່ວໆໄປ ທຸກໆຄົນຕັກນ້ຳໃນອາງມານິມົນພະຍາ.

ເມື່ອທຸກໆຄົນນິມົນແລະປະດັບນາຄແລ້ວ ຜູ່ຄົນທັງຫລາຍກໍ່ພາກັນມາປະນົມນົບຣາຊເຖຣໃຫຍ່ ແລ້ວພະຍາກໍ່ປຽນເພດເປັນພິຂຸ. ແລ້ວ ທຸກໆຄົນກໍ່ພາກັນເມືອບ້ານຂອງຕົນ.

ເຈັດເດືອນຜ່ານໄປ ພະຍາກຸສຣາຊກໍ່ຮຽນຮູ້ພະທັມຈົນໝົດ ແຕ່ເວລາທີ່ພະຍາກຸສຣາຊເປັນພະມະຫາຢູ່ນັ້ນ ພະຍາກໍ່ຍັງຄຶດຮອດຫານ້ອງສາວຢູ່ສະເມີ. ແລ້ວພະຍາກໍ່ຂໍລາຄູອາຈານເພື່ອອອກຕາມຫານ້ອງສາວ....(ອ່ານເຣື່ອງຕໍ່ ຕອນທີ 6 ໃນສະບັບໜ້າ.)

< Back to Front Page.