Bakka Magazine

Volume 2 No. 21

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Sunday, July 06, 2008 2:55 pm EST

ສິນໄຊ ສັງ ແລະ ສີໂຫ ຜະຈົນໄພໂລກ ຕອນທີ 4

The Abduction of Princess Sumuntha

(ສັງ ສິນໄຊ ເປັນວັນນະຄະດີຄຳກອນຊັ້ນຍອດຂອງລາວ. ທ້າວປາງຄຳ ນັກປະພັນເອກແຫ່ງກຣຸງ ສຣີສັຕນານະຫຸດວຽງຈັນ ເປັນຜູ່ແຕ່ງເລື່ອງໃນສະໄໝ ພ.ສ. 2193 ແລະ ກວດໂດຍ ທ່ານ ມະຫາ ສີລາ ວິຣະວົງສ໌ ໃນ ພ.ສ. 2512. ຂ້າພະເຈົ້າໄດ້ນຳເອົາເຣື່ອງນີ້ມາຂຽນເປັນບົດລະຄອນ ໃຫ້ທ່ານໄດ້ອ່ານຫຼິ້ນ.)

“ມື້ນີ້ ເຮົາຈະພາພວກເຈົ້າໄປທຽວຊົມຫຼິ້ນອຸທະຍານ ພວກເຈົ້າຈົງພາກັນແຕ່ງຫ້າງໃຫ້ແລ້ວເດີ!”

“ໂດຍຂ້ານ້ອຍ! ໂດຍຂ້ານ້ອຍ! ໂດຍຂ້ານ້ອຍ!” ພວກສາວໃຊ້ຕອບ.

ພວກສາວໃຊ້ທັງຫລາຍ ດີໃຈທີ່ຈະໄດ້ໄປທຽວ ແລ້ວພາກັນຂ້ຽວແຕ່ງຫ້າງແລະປະດັບຫ້າງດ້ວຍເພັດພອຍແລະດອກໄມ້ຫລາຍສະນິດ.

“ເອື້ອຍມຸ່ງ ເບິ່ງນິ໋! ງາມບໍ່?” ສາວໃຊ້ນາງນຶ່ງຊົມແຍງເບິ່ງເຄື່ອງປະດັດຕ່າງໆ.

“ໂອ໋ຍ ປານວ່າໂຕບໍ່ເຄີຍເຫັນນິ໋!” ເອື້ອຍມຸ່ງຂີນຫູຂີນຕານຳພວກສາວໃຊ້.

“ຂ້ຽວເຮັດວຽກໄວໆ!” ເອື້ອຍມຸ່ງເອົາມືຂ້ຳແອ່ວ ແລະ ຊີ້ນິ້ວຊີ້ບອກພວກສາວໃຊ້ແບບຍາແມ່.

“ແມ່ນເຈົ້າກິນຫຍັງມາເດໜໍເອື້ອຍມຸ່ງ! ເຈົ້າສັງມາເວົ້າມ່ວນຫູແທ້ໆເດ!” ພວກສາວໃຊ້ເວົ້າຍອກເອື້ອຍມຸ່ງ ແລະ ບໍ່ຊາລາວ.

“ໂອ໋ຍ! ສູຍາມາຫລິ້ນສ້ອຍອໍ້ແອ້ນຳກູເດີ! ໄປ! ສູຊິພາກັນໄປໃສກໍ່ໄປເຖີນ!”

“ຂອບໃຈເດີເອື້ອຍມຸ່ງ! ຮີ ຮີ ຮີໆ!” ພວກສາວໃຊ້ສວຍໂອກາດ ພາກັນຢອງຄ່ອຍໆ ປົບໜີວຽກງານກ່ອນທີ່ເອື້ອຍມຸ່ງ ຈະຮູ້ແຜນການຂອງພວກນາງ ແລະ ປະໃຫ້ເອື້ອຍມຸ່ງກັບພວກສາວໃຊ້ອື່ນໆ ຫ້າງເສັຽະ. ມື້ນັ້ນ ພວກນັກດົນຕຣີເອກຂອງເມືອງເປັງຈາລ ພາກັນຊ້ອມບັນເລງເພງ ແລ້ວນາງສຸມຸນທາກໍ່ສະເດັດມາ ພວກເສນາອາມາດແລະທະຫານ ກໍ່ພາກັນຕຽມພ້ອມທີ່ຈະອອກເດີນທາງ.

ພວກນັກດົນຕຣີເລີ້ມບັນເລງເພງນຳໜ້າພາຄະບວນຍ່າງອອກຈາກວັງຍັງໄປຊູອຸທະຍານ. ພວກເສນາອາມາດແລະທະຫານ ກໍ່ພາກັນແສະໝູ່ມ້າອອກຍ່າງ.

“ແສະ! ຈຸດ! ຈຸດ! ຈຸດ! ແສະ! ຈຸດ! ຈຸດ! ຈຸດ! ແສະ! ຈຸດ! ຈຸດ! ຈຸດ!”

ເມື່ອຄະບວນຂອງນາງສຸມຸນທາໄປເຖິງອຸທະຍານແລ້ວ ພວກສາວໃຊ້ທັງຫຼາຍກໍ່ພາກັນຈັດແຈງຕົບແຕ່ງເຄື່ອງໃຫ້ຮຽບຮ້ອຍ ແລະ ປັບປຸງແຕ່ງອາຫານ ພວກນຸມສາວກໍ່ພາກັນຢອກເວົ້າຫົວນົວມ່ວນຊື່ນ ແລະ ຫລິ້ນກິລາຕ່າງໆ ບາງກຸມກໍ່ພາກັນຟ້ອນລຳກ້ຽວກັນ ບາງກຸມກໍ່ນັງນອນພັກຜ່ອນແລະຄຶດວ່າ,

“ເຮົາບໍ່ຢາກໃຫ້ມື້ນີ້ ຜ່ານໄປເລີຍ.”

ແລ້ວໃນເວລານັ້ນ ກຸມພັນເຖົ້າຈາກເມືອງອາໂນຣາດທີ່ລີ້ລົບຢູ່ພຸມຕົ້ນໄມ້ ຮູ້ວ່າ ນາງສຸມຸນທາຢູ່ໃກ້ມັນໃນຄະນະນີ້ ມັນກໍ່ຈອບເບິ່ງພວກນຸມສາວຢອກກັນຫຼິ້ນ ກຸມພັນເບິ່ງການເຄືອນໄຫວຂອງນາງສຸມຸນທາທຸກໆກ້າວ ທັນທີທັນໃດ ຍັກກຸມພັນກໍ່ກຸມລັກເອົານາງ ແລ້ວເຫາະຂຶ້ນເທິ່ງເມຄ.

ນາງສຸມຸນທາຕົກໃຈ ຮ້ອງກ້ອງສະໜັ່ນທົ່ວອຸທະຍານ ນາງທັງໄຫ້ທັງດິ້ນ ແຕ່ກໍ່ຟຶດຟັດໂຕເອງອອກຈາກແຂນຂອງຍັກກຸມພັນບໍ່ໄດ້ ແລ້ວນາງກໍ່ສະລົບລົງ. ກຸມພັນກໍ່ພານາງສຸມຸນທາເຫາະລອຍຂຶ້ນໄປເທິ່ງເມຄ ກັບຄືນເມືອເມືອງມັນໃນມື້ດຽວ.

ພວກສາວໃຊ້ ເສນາອາມາດ ແລະ ທະຫານ ພາກັນຕົກຕະລຶ່ງ ເຮັດຍັງບໍ່ທັນ ອຸທະຍານປັ່ນປວນໄປໝົດ. ແລ້ວພວກສາວໃຊ້ ເສນາອາມາດ ແລະ ທະຫານ ພາກັນກັບເຂົ້າໄປທູນເຣື່ອງໃຫ້ແກ່ພຣະຍາກຸສຣາຊຮູ້ ເມື່ອກຸສຣາຊຟັງແລ້ວ ພຣະຍາກໍ່ຮ້ອງໄຫ້ເສັຽໃຈ ລ່າງຮ້າຍນີ້ ເກີດຂຶ້ນຈົນໄດ້.

ນາງສຸມຸນທາຟື້ນຄືນຮູ້ສຶກຕົວໃນເມືອງອາໂນຣາຊ ແລະ ເຫັນໂຕເອງນອນຢູ່ໃນຕຽງທີ່ປະດັບດ້ວຍເພັດພອຍນານາ ມີເມັດໃຫຍ່ເມັດນ້ອຍ ເປັນແສງຍິບຍັບໆ ແລະ ພວງມະໄລ ເປັນຮ້ອຍກວ່າພວງຫ້ອຍເຕັມຫ້ອງໄປໝົດ ແລ້ວ ກຸມພັນກໍ່ເຂົ້າມາຫານາງໃນຫ້ອງ ກຸມພັນເວົ້າກັບນາງວ່າ,

“ເຮົາຈະແຕ່ງຕັ້ງໃຫ້ເຈົ້າເປັນມິງຂວນເມືອງເຮົາ ຊື່ນາມຂອງເຈົ້າຈະດັງທົ່ວນະຄອນນີ້.” ກຸມພັນເອົາມືລູບເກົ້າຜົມຂອງນາງ.

ເມື່ອນັ້ນ ນາງສຸມຸນທາ ຮ້ອງໄຫ້ປ້ອຍດ່າຍັກກຸມພັນວ່າ,

“ອ້າຍຜີເຜດເຖົ້າໜັງຫ່ຽວ ມຶງຢ່າມາເວົ້າດີນຳກູ ກູບໍ່ເວທະນາກັບສິ່ງຂອງພວກນີ້ດອກ ເວນກັນມາຫອດເຖິງກູແລ້ວ ທີ່ກູລີກເວັ້ນມັນບໍ່ໄດ້ ກູກໍ່ບໍ່ແຕກຕ່າງຄືກັນຫຍັງກັບມ້ານ້ອຍໆໂຕນຶ່ງ ທີ່ຖືກເສືອຂຸບຂາບເອົາມາກິນ ຖ້າມຶງຢາກກິນກູກໍ່ກັນເສັຽະ.”

ເມື່ອໄດ້ຍິນນາງສຸມຸນທາປ້ອຍດ່າດັ່ງນັ້ນ ກຸມພັນໂສກເສົ້າຫຼາຍ ແລະ ເວົ້າວ່າ,

“ອ້າຍບໍ່ເຄີຍຄິດທີ່ຈະເອົາເຈົ້າມາເປັນອາຫານ ແຕ່ອ້າຍຈະແຕ່ງຕັ້ງໃຫ້ເຈົ້າເປັນມະເຫສີຂອງອ້າຍຕ່າງຫາກ ທີ່ມີສາວໃຊ້ເປັນຮ້ອຍເປັນມື່ນຄອຍເຝົ້າບົວຣະບັດ ແລະ ເຈົ້າກໍ່ຈະເປັນນຶ່ງໃນໂລກຜີ ແລະ ມີຕຳແນງສະເມີກັນກັບນາງອິນທ໌. ເງິນຄຳທຸກສິ່ງຢ່າງ ອ້າຍຈະຖວາຍໃຫ້ນ້ອງຊູ່ອັນ ແລະ ອ້າຍບໍ່ໃຫ້ເຈົ້າເດືອດຮ້ອນແຕ່ຢ່າງໃດ. ສຸມຸນທາ ຢ່າໂສກເສົ້າຖ້ອນ.”

ກຸມພັນໄປເອົາເງິນຄຳມາກອງໃຫ້ນາງສຸມຸນທາ ກັບເອົາພວງດອກໄມ້ເປັນຮ້ອຍເປັນພັນ ມອບໃຫ້ນາງ ແລະ ເຂົ້າມາບົວຣະບັດນາງທຸກໆຍາມ ເພື່ອຈະເຮັດໃຫ້ນາງສະບາຍໃຈ ແລະ ບໍ່ເຫງົາ ບໍ່ໂສກເສົ້າ.

ທຸກໆມື້ ກຸມພັນກໍ່ເອົາມາລາດອກໄມ້ຕ່າງໆ ມາໃຫ້ນາງ ຈົນເຮັດໃຫ້ນາງສຸມຸນທາຕາຍໃຈ ຄິດມັກຮັກສົງສານກຸມພັນ ແລະ ຄິດໃນໃຈວ່າ,

“ກຸມພັນຜູ່ນີ້ ບໍ່ເຄີຍຮ້າຍເຮົາເລີຍ ເຖິງແມ່ນວ່າເຮົາຈະດ່າຈະຕີແນວໃດ ລາວກໍ່ຍັງມາເຮັດດີນຳເຮົາ ກຸມພັນນີ້ ຈະເປັນເນື້ອຄູ່ເຮົາທີ່ນຳມາເກີດນຳກັນແຕ່ຊາດກ່ອນບໍ່ໜໍ? ເຮົາກໍ່ມາໄກໂຄດເຊື້ອທີ່ບໍ່ສາມາດຫ້າມເຮົາທີ່ຈະປູກຫຼັກໃນເມືອງໃໝ່ນີ້ໄດ້.”

ເມື່ອນາງຄິດແລ້ວ ນາງກໍ່ປອຍໃຈ ເລີ້ມມັກຮັກກຸມພັນຫຼາຍຂຶ້ນທຸກໆມື້ ທຸກໆເດືອນ ທຸກໆປີ. ໃນທີ່ສຸດ ກຸມພັນກັບນາງສຸມຸນທາກໍ່ມັກຮັກກັນຈິງ ແລ້ວມີລູກສາວນຳກັນ ຊື່ ນາງສີດາຈັນ ມີຜິວໜ້າຂາວແຈ້ງຄືພະຈັນ.

ຄວາມງາມຂອງນາງ ດັງລົງໄປຮອດມະຫາສະມຸດຂອງພະຍານາຄ ວະຣຸນນະຣາຊ ແລ້ວວະຣຸນນະຣາຊ ກໍ່ມາຂໍເອົານາງ ສີດາຈັນ ກຸມພັນແລະສຸມຸນທາ ຍິນດີຮັບເອົາພວກນາຄ ມາເປັນຍາດພີ່ນ້ອງ ແລ້ວກໍ່ແຫນແຫ່ນາງ ສີດາຈັນ ລົງເມືອງນາຄໃນສະມຸດ. ວະຣຸນນະຣາຊ ຕ້ອນຮັບຢ່າງດີ ແລະ ກາບຖວາຍພວກມະນຸດ. ດອງຣະຫວ່າງ ມະນຸດແລະນາຄ ໄດ້ສ້າງຂົວທອງຄຳໃຫ້ສອງເມືອງໄດ້ໄປ ຊູ່ມຫາກັນຢ່າງສະບາຍ.

ແປດປີ ທີ່ ນາງສຸມຸນທາໄດ້ຖືກກຸມພັນພັດພາກຈາກເປັງຈາລ ແຕ່ກຸສຣາຊກໍ່ຍັງບໍ່ລືມນ້ອງສາວຕົນເອງໄດ້ ແລະ ບໍ່ຮູ້ວ່າ ນາງເປັນຕາຍຮ້າຍດີແຕ່ຢ່າງໃດ....(ອ່ານເຣື່ອງຕໍ່ ຕອນທີ 5 ໃນສະບັບໜ້າ.)

< Back to Front Page.