Bakka Magazine

Volume 4, January-December 2010

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Thursday, July 29, 2010 6:12 pm EST

ໄທຍເວົ້າ ລາວຕື່ນ

When Thai Speaks, Lao Goes Nuts

“ພາສາລາວກຳລັງຖືກພາສາໄທຍແຊກຊຶມເຂົ້າ” ນີ້ແມ່ນຄຳແຈ້ງຂ່າວທີ່ ອົງການຂ່າວ ຂ່າວສານປະເທດລາວ ຂປລ ໄດ້ລາຍງານມາ. ຂ່າວນີ້ ບໍ່ໜ້ອຍກໍ່ຫຼາຍ ຈະເຮັດໃຫ້ຄົນລາວໆ ທັງຢູ່ເມືອງລາວ ແລະ ຢູ່ຕ່າງປະເທສ ຮ້ອນວູ່ໆ ຕື່ນຕົວ ຍ້ອນສັດຕຣູໃຫຍ່ຂອງລາວ “ໄທຍ” ໄດ້ມາລຸກລານລາວີລາວອີກແລ້ວ ໂດຍເປັນທີ່ໜ້າແປກໃຈ ເພາະ ປະເທສເພື່ອນບ້ານໃກ້ເຮືອນຄຽງອື່ນໆ ດັ່ງ ຈີນ ພະມ້າ ວຽດນາມ ແລະ ຂເມນ ກໍ່ເຄີຍໄດ້ມາສ້າງປັນຫາຫລາຍເຣື່ອງໃຫ້ແກ່ລາວຄືກັນ. ຖ້າເວົ້າເຖິງເຣື່ອງພາສາທີ່ກຳລັງແຊກຊຶມເຂົ້າພາສາລາວແທ້ໆແລ້ວ ແມ່ນເປັນພາສາອັງກິດ. ເຫດໃດ ໄທຍ ຈຶ່ງໄດ້ຮັບຕຳແນງອັນດັບນຶ່ງນີ້ ເພາະ ໄທຍ ຝຣັ່ງ ແລະ ປະເທສອື່ນໆ ກໍ່ກຳລັງພະຍາຍາມຕ້ານທານການແຊກຊືມຂອງພາສາອັງກິດ ຢູ່ແລ້ວ. ອີກຢ່າງນຶ່ງ ພາສາລາວກັບພາສາໄທຍ ປຽບທຽບກັນແລ້ວ ບໍ່ແຕກຕ່າງຫຍັງກັນກັບ ພາສາອັງກິດທີ່ມີສຳນຽງສຽງອາເມຣິກັນ ແລະ ພາສາອັງກິດທີ່ມີສຳນຽງສຽງອັງກິດ.

ຕາມ ຂ່າວ ຂປລ ທີ່ໄດ້ແຈ້ງມາ ພາສາລາວອາດສູນພັນໄປໃນໄວໆນີ ຍ້ອນວ່າ ນຶ່ງ ການບັນເທີງຂອງໄທຍ ເປັນສິ່ງທີ່ຄົນລາວ ໂດຍສະເພາະໃນວົງກຸມໄວລຸ້ນລາວ ມັກນິຍົມເບິ່ງ ຟັງ ແລະ ເອົາການບັນເທີງຂອງໄທຍ ມາຮ້ອງເຮຮາຕາມ ສອງ ສິນຄ້າຕ່າງໆທີ່ຂາຍຕາມຕະລາດກໍ່ເຮັດມາຈາກໄທຍ ສາມ ທາງທໍລະພາບໄທຍ ລາວກໍ່ໄດ້ຮັບເບິ່ງຢ່າງສະດວກສະບາຍໂດຍພຽງແຕ່ເປີດທໍລະທັດເທົ່ານັ້ນ ແລະ ກໍ່ໄດ້ຮັບເບິ່ງກະແສທໍຣະພາບລາຍການໄທຍຕ່າງໆໄດ້. ໜັງສືພິມ ປຶ້ມ ເຣື່ອງ ວາຣາສານ ການຂີດຂຽນຕ່າງໆ ຄົນລາວກໍ່ສາມາດອ່ານໄດ້ ໂດຍທີ່ບໍ່ຕ້ອງໄດ້ຮັບການຮ່ຳຮຽນພາສາໄທຍເລີຍ ແລະ ການຂີດຂຽນຂອງໄທຍ ກໍ່ດີແລະໃຫ້ຄວາມຮູ້ເພີ້ມເຕີມຄົນລາວອີກ. ເມື່ອໄດ້ອ່ານປັນຫາທີ່ຂ່າວ ຂປລໄດ້ຂຽນແຈ້ງມາໃຫ້ສາບແກ່ຜູ່ອ່ານ ການແກ້ປັນຫາ ມີຄຳຕອບຢູ່ໃນຄວາມແຈ້ງຂ່າວທີ່ ຂ່າວ ້ ຂປລ ໄດ່ແຈ້ງຂ່າວມານັ້ນເອງ. ເພາະສະນັ້ນ ຣັຖທະບານລາວບໍ່ຄວນໄປຕຳນິ ໄທຍ ແຕ່ຕິຕົນເອງ ດັ່ງສຸພາສິດອັງກິດທີ່ວ່າ, “We don’t have anyone else to blame, but ourselves.” ຍ້ອນຫຍັງ?

ຍ້ອນວ່າ ສາມສິບກວ່າປີທີ່ຣັຖທະບານ ສປປລາວ ໄດ້ມີໂອກາດບໍຣິຫານປະເທສໄປໃນທາງທີ່ດີ ແຕ່ເມື່ອ ສປປລາວ ເລີ້ມບໍຣິຫານປະເທສໃໝ່ນີ້ຂຶ້ນ ແມ່ນ ລົບລ້າງວິທີການຂີດຂຽນຫລັກສູດ ແລະ ຕຳລາໄວຍາກອນລາວ ທີ່ນັກປຣາດຫລາຍໆທ່ານ ໄດ້ຮ່ຳຮຽນມາຈາກພາສາບາລີແລະສານສະກຣິດ ອັນເປັນພາສາກົກເຄົ້າຂອງພາສາລາວ ພະມ້າ ຂເມນ ໄທຍ ແລະ ພາສາຂອງຫລາຍຊົນຊາດຊົນເຜົ່າໃນທະວີບເອເຊັຽອາຄະເນ ມາເປັນອາຊີບ ຊຶ່ງ ການລົບລ້າງການຂີດຂຽນໄວຍາກອນລາວ ເຮັດໃຫ້ຄວາມພັທະນາການຂີດຂຽນພາສາລາວ ຖອຍຫລັງລົງ ແລະ ພາສາໄທຍພັທະນາແລະຮັ່ງມີຂຶ້ນ.

ນອກຈາກລົບລ້າງວິທີການຂີດຂຽນພາສາລາວແລ້ວ ການກວດຂ່າວ ຫຼື ເຊັນເຊີ (censor) ກໍ່ເປັນເຫດໃຫຍ່ອັນນຶ່ງອີກ ທີ່ພາສາລາວ ຕົກຕ່ຳລົງ ແລະ ບໍ່ໄດ້ມີໂອກາດຖືກເອົາມາໃຊ້ ແລະ ອ່ານຢູ່ເປັນປະຈຳ. ຖ້າແຕ່ລະແຂວງໃຫຍ່ໆ ດັ່ງ ວຽງຈັນ ຫລວງພະບາງ ສະຫວັນນະເຂດ ປາກເຊ ຯລຯ ບໍ່ມີໜັງສືພິມຫລືວາຣາສານຕ່າງໆ ໃຫ້ແກ່ຜູ່ຄົນໄດ້ສື້ແລະຈັບເອົາມາອ່ານ ເຫດໃດຄົນລາວ ຈຶ່ງຈະໄດ້ມີໂອກາດຝຶກຝົນການອ່ານແລະຂີດຂຽນພາສາລາວ. ຢູ່ສະຫາຣັຖ ໂດຍສະເພາະ ຢູ່ໃນຂົງເຂດ ດີຊີເມໂຕຣ ແມ່ນແຕ່ຄົນອະນາຖາ ກໍ່ຍັງຈັບເອົາໜັງສືພິມມາອ່ານ.

ໜັງສືພິມ ປຶ້ມ ເຣື່ອງ ວາຣາສານ ເອກກະສານ ຯລຯ ເປັນສິ່ງຫລືສັນຍາລັກອັນນຶ່ງ ຂອງແຕ່ລະປະເທສທີ່ຈະເຣີນຮຸ່ງເຮືອງໃນວັນນະກັມ ເພາະ ປະຊາຣາສດອນ ໄດ້ແລກປ່ຽນຄວາມຄິດຄວາມເຫັນຕ່າງໆ ຂອງແຕ່ລະຜູ່ຄົນ ໄດ້ເວົ້າເຣື່ອງການບໍຣິຫານປະເທສຂອງຣັຖ ທີ່ບໍຣິຫານໄປໃນທາງທີ່ດີຫລືຮ້າຍ ແລະ ຖ້າຮ້າຍ ຄວນແກ້ປັນຫາແບບໃດດີ ເພາະ ປະຊາຣາສດອນເທົ່ານັ້ນ ທີ່ສາມາດຮູ້ວ່າ ການຢູ່ກິນຂອງບ້ານເມືອງຂອງຕົນ ມີໜ້ອຍຫລືຫລາຍ ດີຫລືຮ້າຍ ຖືກຫລືຜິດ ງາມຫລືຂີ້ຮ້າຍ ຯລຯ ແລະ ຂ່າວຂອງພວກເຂົາເຈົ້າ ກໍ່ຈະບອກໃຫ້ໝູ່ເພື່ອນບ້ານໃກ້ເຮືອນຄຽງໄດ້ຮູ້ວ່າ ພວກເຂົາເຈົ້າ ມີຄວາມຍຸ້ງຍາກຫຍັງແດ່ ຕ້ອງການຄວາມຊ່ວຍເຫລືອຊຶ່ງກັນແລະກັນຢູ່ບໍ່ ຕົວຢ່າງ ເມື່ອລົມພະຍຸ ຄະທຣິນນາ ໄດ້ພັດມາທະລ່ົມຣັຖ ລູຊີແອນນາ ໃນປີ 2005 ຄົນລາວທົ່ວສະຫາຣັຖອາເມຣິກາ ໄດ້ຮຽນຮູ້ ອ່ານຂ່າວກ່ຽວກັບຊາວລາວອາເມຣິກັນແລະຊາວອາເມຣິກັນອື່ນໆ ທີ່ໄດ້ພົບກັບຄວາມເດືອດຮ້ອນຂອງໄພທຳມະຊາດ ຊຶ່ງ ຄົນລາວເມື່ອໄດ້ຮູ້ແລ້ວ ກໍ່ຍົກມືເຂົ້າໄປຊ່ອຍ ບໍ່ວ່າ ໃນທາງ ສ່ົງເຄື່ອງຂອງໃຊ້ຕ່າງໆ ແລະ ເງິນຄຳ ໄປຊ່ອຍ. ຄົນລາວ ໂດຍຮີດຄອງປະເພນີແລ້ວ ຈະຊ່ວຍເພື່ອນມະນຸດຊຶ່ງກັນແລະກັນ ທີ່ກຳລັງ້ຕົກທຸກໄດ້ຍາກ. ຍ້ອນອົງການຂ່າວສາກົນຕ່າງໆ ຄົນລາວໃນປະເທສລາວ ຈຶ່ງໄດ້ຮັບຄວາມຊ່ວຍເຫລືອຈາກຄົນລາວ ແລະ ຄົນຕ່າງຊາດອື່ນໆ ສົ່ງເງິນຄຳ ເຂົ້າຂອງ ປຶ້ມສໍ ຄວາມຮູ້ ຯລຯ ໄປຊ່ອຍ.

ການຖ້ິມຄວາມໃສ່ຮ້າຍປ້າຍສີໄປໃຫ້ແກ່ ໄທຍ ມັນເປັນຄວາມບໍ່ຮັບຜິດຊອບຂອງຜູ່ໃຫຍ່ແລະຜູ່ທີ່ມີຄວາມຄິດໄກ ທີ່ຢາກສ້າງສາບ້ານເມືອງ. ຖ້າພາສາລາວຈະຮຸ່ງເຮື່ອງຂຶ້ນອີກ ຫລື ບໍ່ສູນພັນ ຣັຖທະບານລາວ ແລະ ຜູ່ບໍຣິຫານປະເທສ ຈະຕ້ອງເປີດການຂີດຂຽນຕ່າງໆຂຶ້ນ ບໍ່ວ່າ ການຂີດຂຽນນັ້ນ ຈະເປັນເຣື່ອງດີຫລືຮ້າຍ ສ້າງຫລືທຳລາຍ ເຖິງຢ່າງໃດ ປະຊາຣາສດອນ ກໍ່ສາມາດພິຈາຣະນາເບິ່ງແລະເລືອກໄດ້ວ່າ ເຣື່ອງໃດດີຫລຶບໍ່ດີ ແລະ ເປັນຂ່າວໂຄສະນາຊວນເຊື່ອຫລືບໍ່.

ລາວ ຍັງຂາດຜູ່ນຳທີ່ມີຄວາມຄິດກ້ວງໄກ ແລະ ມີແຜນການແກ້ປັນຫາຕ່າງໆຂອງໂລກ ຊຶ່ງ ປັນຫາຂອງໂລກ ກໍ່ເປັນປັນຫາຂອງແຕ່ລະປະເທສຄືກັນ ເຊັ່ນ ໄພທຳມະຊາດທີ່ກຳລັງເຮັດໃຫ້ດິນຟ້າອາກາດ ປ່ຽນແປງຢ່າງວ໋ອງໄວ ການເຂນຂ້າລ້າງຊາດເຊື້ອເຜົ່າພັນຢູ່ທະວີບແອຟຣິກາ ບໍສ໌ນີອາ ຄວາມທຸກຍາກ ໂຣກໄພເອສ໌ ຯລຯ ເພາະ ຕາບໃດທີ່ແມ່ນ້ຳຍັງໄຫລຜ່ານຈາກເໜືອລ່ອງລົງໃຕ້ ແລະ ຈາກໃຕ້ລ່ອງຂຶ້ນເໜືອ ບໍ່ວ່າປະເທສໃດກໍ່ຕາມ ປັນຫາຕ່າງໆ ນ້ອຍແລະໃຫຍ່ ຈະຕົກກາຍເປັນປັນຫາຂອງປະເທສນັ້ນຢູ່ຈົນໄດ້ ເພາະ ເມື່ອພາສາລາວສູນພັນໄປແລ້ວ ຊາດລາວກໍ່ຈະບໍ່ມີເລີຍ ກົງກັນຂ້າມກັບສຸພາສິດທີ່ວ່າ “ພາສາບອກຊາດ ມາຣະຍາດບອກຕຣະກຸນ”.

< Back to Front Page.