ໃນລະຍະສອງ-ສາມ ອາທິດທີ່ຜ່ານມານີ້ ທໍລະທັດສາກົນ ຈາກຫຼາຍໆປະເທດ ໄດ້ຖ່າຍທອດ ທໍລະພາບ ຂອງການພະເດັດການຢ່າງຮຸ່ງແຮງ ຂອງຣັຖບານທະຫານພະມ້າ ໃຫ້ຊາວໂລກໄດ້ເຫັນວ່າ: ຣັຖບານທະຫານພະມ້າ ຍັງມືນເມົາ, ຫຼົງຫໄຫຼ, ໃນການໃຊ້ອຳນາດກົດຂີ່ຄົມເຫັງ ປະຊາຊົນພະມ້າ ຈົນບໍ່ຮູ້ຈັກບາບຈັກກັມ ທີ່ຣັຖບານທະຫານພະມ້າ ກ້າສັ່ງ ໃຫ້ທະຫານພະມ້າ ໄປທຸບຕີ ຍິງຂ້າ ນັກປະທ້ວງຫຼາຍໆຄົນ ທີ່ເປັນເຖິງ ຄູບາ ອາຈາຣ ແລະ ປະຊາຊົນພະມ້າເອງ ທີ່ພວກເຂົາເຈົ້າ ອອກມາເດີນຄະບວນປະທ້ວງ ຢ່າງສັນຕິວິທີ ໂດຍ ບໍ່ໄດ້ໃຊ້ກຳລັງ ແລະ ອາວຸດ ແຕ່ຢ່າງໃດ. ແຕ່ ຣັຖບານທະຫານພະມ້າ ກໍຍັງສັ່ງໃຫ້ທະຫານ ໄປທຸບຕີ ແລະ ຈັບເອົານັກປະທ້ວງຫຼາຍໆຄົນ ໄປຄຸມຂັງ ໃນຂ້ໍຫາວ່າ: ເປັນຜູ້ກໍຄວາມບໍ່ສະຫງົບສຸຂ ພາຍໃນປະເທດ. ຣັຖບານທະຫານພະມ້າ ບໍ່ຢ້ານກົວບາບກັມແມ້ແຕ່ຢ່າງໜ້ອຍເລີຍ. ເພາະຜູ້ທີ່ໄດ້ຮັບເຄາະນັ້ນ ແມ່ນເປັນ ນັກປະທ້ວງສັນຕິວິທີນັ້ນເອງ. ຂ່າວ ແລະ ພາບ ດັ່ງນີ້ ຈົນເຮັດໃຫ້ ຊາວພຸດຢ່າງຜູ້ຂ້າ ບໍ່ເຫຼື້ອມໃສ ກັບອົງການໂລກຕ່າງໆ ເຊັ່ນ: ອົງການສະຫະປະຊາຊາດ, ອົງການ ອາຊ້ຽນ, ແລະ ຜູ້ນຳປະເທດອື່ນໆ ທີ່ ຖ້າພວກເຂົາເຈົ້າ ເຊື່ອວ່າ ຣັຖບານທະຫານພະມ້າ ຄວນປະປ່ອຍໃຫ້ປະຊາຊົນພະມ້າ ເລືອກເອົາຣັຖບານ ແລະ ຜູ້ນຳປະເທດເອງ. ແຕ່ບໍ່ມີອົງການ ແລະ ຜູ້ນຳປະເທດໃດໆ ສາມາດ ພໍທີ່ຈະນຳເອົາຄວາມຫວັງມາໃຫ້ ແດ່ປະຊາຊົນພະມ້າໄດ້ວ່າ: ການອອກເດີນປະທ້ວງໃນຄັ້ງນີ້ ກໍສະແດງໃຫ້ຊາວໂລກໄດ້ເຫັນແລ້ວວ່າ ປະຊາຊົນພະມ້າ ຕຽມພ້ອມແລ້ວ ທີ່ຍາກເລືອກເອົາປະຊາທິປະໄຕຢ່າງແທ້ຈິງ. ຈາກການກົດຂີ່ຄົມເຫັງ ຂອງຣັຖບານທະຫານພະມ້າ ທີ່ບໍ່ຍອມຮັບວ່າ: ປະຊາຊົນພະມ້າ ເບື່ອໜ່າຍໃນ ການປົກຄອງ ແບບພະເດັດການ. ແຕ່ຣັຖບານທະຫານພະມ້າກໍບໍ່ໍ່ຍອມ.
ເມື່ອໄດ້ເຫັນທໍລະພາບໃນ CNN ແລະ BBC ທີ່ທະຫານພະມ້າ ໃຊ້ໄມ້ຄ້ອນທຸບຕີ ນັກປະທ້ວງຫຼາຍໆຄົນ ທີ່ເອົາມືຄຸມຫົວໄວ້ເທິງບົນຫຼັງຫົວ ຕຽມຕົວຈະຍ່າງຂຶ້ນລົດຂອງທະຫານ ຂ້າພະເຈົ້າ ກໍອົດນ້ຳຕາໄລບໍ່ໄດ້ ທີ່ໄດ້ເຫັນຊາວມະນຸດດ້ວຍກັນ ຖືກທຸບຕີຢ່າງບໍ່ມີເຫດມີຜົນ ຄືກັນກັບວ່າ ຕີໝູຕີໝາເອົາໂລດ.
ບໍ່ເປັນທີ່ໜ້າເຊື່ອເລີຍວ່າ ຣັຖບານທະຫານພະມ້າຂາດອາຣິຍະທັມຢູ່ໃນຈິດໃຈ. ເຖິງແມ່ນວ່າໃນລະຍະຫນຶ່ງພະມ້າເປັນແຫ່ລງສຳຄັນແຫ່ລງຫນຶ່ງຂອງການສຶກສາຮ່ຳຮຽນ ພຸທສາສນາ ແລະກໍເປັນແຫ່ລງທີ່ຈະເລີນຮຸ່ງເຮືອງຫຼາຍໃນການສ້າງສາວັດວາອາຮາມ ທີ່ຊາວພຸທທົ່ວໂລກໄດ້ມາຮ່ຳຮຽນ ຄຳສອນຂອງພະພຸທເຈົ້ານຳຄູບາອາຈາຣພະມ້າ. ເມື່ອ ຄະຫນາດ ພະຄູບາ ອາຈາຣ ກໍຈົນອົດຢູ່ໃນລະບຽບວິໄນຂອງພຸທະສາສໜາບໍ່ໄດ້ ຈຶ່ງອອກມາຫຍຸ້ງກ່ຽວກັບບັນຫາຂອງໂລກພາຍນອກ ເດີນປະທ້ວງ, ອັນນີ້ກໍສະແດງໃຫ້ເຫັນວ່າ ຣັຖບານທະຫານພະມ້າເປັນຣັຖບານ ທີ່ຕ້ອງປົກຄອງປະເທດ ດ້ວຍນອນກອດດ້າມມີດແລະກະບອກປືນ.
ເວລາໃດທີ່ຣັຖບານທະຫານພະມ້າມີທັມະເຂົ້າສິງຢູ່ໃນໃຈ. ມື້ນັ້ນເສ້ັນທາງກາງຈະມີນ້ຳສີໃສສະອາດໃຫຼລ້າງກິເລດຂອງຜູ້ນຳແລະສະມາຊິກຣັຖບານທະຫານພະມ້າອອກໄປ.
