ການໃຊ້ທຸງມີປວັດສາດຍາວນານມາຫຼາຍກວ່າ 4000 ປີແລ້ວ. ເຊື່ອກັນໄດ້ວ່າທຸງຖືກຳເນີດຢູ່ໃນເຂດແຄວ້ນຊະລາວັນ ຊະລາວິກ ຫືຼ ໃນກຸ່ມປະເທດທາງຕາເວັນອອກກາງຂອງຢູໂຣບ. ທຸງຫຼືທຸງເອ້ ຈະມີສີ, ມີແບບ, ຫຼື ມີເຄື່ອງໝາຍເພື່ອຊີ້ບອກຊາດ, ບອກຕະກູນ, ບອກກຸ່ມ ຫຼື ເພື່ອແຈ້ງເຫດ. ແຕ່ສໄໝກ່ອນໆ ເວລາຈະອອກສົງຄາມ ພວກທະຫານອັສວິນປະຈຳຕະກູນກະສັດຕ່າງໆຕ້ອງຖືທຸງປະຈຳຕະກູນຂອງຕົນ ເພື່ອແຈ້ງວ່າຕົນເປັນພວກໃດກັນ (ຝ່າຍສັດຕຣູ ຫຼື ຝ່າຍດຽວກັນ) ເພາະເວລາໃສ່ເຄື່ອງເກາະເຫຼັກຫຸ້ມໝົດແລ້ວຈະບໍ່ຮູ້ເລີຍວ່າ ໃຜຢູ່ຝ່າຍໃດ. ທຸກວັນນີ້ ທຸກໆປະເທດໃນໂລກຈະມີທຸງປະຈຳຊາດຂອງຕົນ, ຫຼາຍໆອົງການສາກົນກໍມີທຸງປະຈຳສະຖາບັນຂອງຕົນ ເຊັ່ນ ອົງການສະຫາປະຊາຊາດ, ອົງການລູກເສືອຊາວບ້ານ, ອົງການກິລາໂອລິມປິກ, ຄອບຄົວຕະກູນກະສັດໃນບາງປະເທດ ຕລອດເຖິງຈຳພວກສາສນາຕ່າງໆເປັນຕົ້ນ.
ທຸງຕ່າງໆໄດ້ຖືກສະຖາປະນາຂື້ນດ້ວຍເຄື່ອງໝາຍແຫ່ງຄວາມສາມັກຄື, ອິສຣະເສຣີ, ສະຖຽນຣະພາບ, ກຳລັງທະຫານ, ຄວາມເກັ່ງກ້າໃນຈັກກະວານ ຕລອດເຖິງຄວາມສງົບສັນຕິ ເຄື່ອງໝາຍຕົວຢ່າງກໍມີສັດໃຫຍ່ ເຊັ່ນຊ້າງ, ພຸເຂົາສູງ, ເດືອນ, ດາວ, ພຣະອາທິດ, ຕົ້ນໄມ້ບາງແນວ ເປັນຕົ້ນ, ພ້ອມດຽວກັນ ກໍມີສີຕ່າງໆຊຶ່ງກໍມີຄວາມໝາຍເຊັ່ນກັນ ຄື ສີຂາວ ແມ່ນ ຄວາມສງົບ ຄວາມປອດພັຍ; ສີແດງ ແມ່ນ ຄວາມເກັ່ງກ້າ ຄວາມເສັຽສລະ ດ້ວຍການນອງເລືອດ; ສີຂຽວ ແມ່ນ ຄວາມໜຸ່ມ ຄວາມຫວັງ; ສີຟ້າ ແມ່ນ ສາຍນ້ຳ ຫຼື ທ້ອງຟ້າ; ແລະ ສີເຫຼືອງ ແມ່ນ ຄວາມຮັ່ງມີ ຄວາມອຸດົມສົມບູນ. ຖ້າເປັນທຸງທີ່ມີແຕ່ສີລ້ວນໆ ຈະເປັນທຸງແຈ້ງເຫດ ເຊັ່ນ ສີຂາວ ຈະບອກວ່າ ຕ້ອງການຍຸຕິສົງຄາມ ຫຼື ເພື່ອເຈຣະຈາຫາຄວາມສງົບ ທຸງສີເຫຼືອງ ແຈ້ງວ່າເປັນເຂດທີ່ມີພຍາດຮ້າຍ ໂດຍສະເພາະຢູ່ເທິງເຮືອໃຫຍ່ (ທີ່ເຂົ້າຈອດທ່າບໍ່ໄດ້) ສີແດງແປວ່າ ອັນຕະລາຍ ດັ່ງນີ້ເປັນຕົ້ນ.
ບົດຄວາມຕໍ່ໄປນີ້ ສເຫນີກ່ຽວກັບທຸງຊາວລາວທັງສອງແບບ ທີ່ທົ່ວໂລກຮັບຮູ້ວ່າເປັນທຸງທາງການຂອງປະເທດລາວ ເພາະໄດ້ປິວສະບັດຢູ່ທ່າມກາງທີ່ມີກຽດທັງຫຼາຍຂອງໂລກ ເພາະ ເປັນສະມາຊິກສົມບູນໃນກຸ່ມສະຫາປະຊາຊາດ, ທຸງຂອງປະເທດລາວ ໄດ້ຖືກປ່ຽນແປງຕາມການຜັນແປທາງການເມືອງຂອງປະເທດ ຊຶ່ງກໍບໍ່ແມ່ນປະເທດດຽວໃນໂລກ. ການປ່ຽນແປງທາງການເມືອງ ແລະ ຕິດຕາມດ້ວຍການປ່ຽນຊື່ປະເທດ ແລະ ປ່ຽນທຸງນີ້ເຖິງແມ່ນວ່າບໍ່ໄດ້ເກີດຂຶ້ນທຸກໆມື້ ແຕ່ກໍບໍ່ແມ່ນສິ່ງໃໝ່ ຫຼື ແປກປລາດແຕ່ຢ່າງໃດ. ປະເທດມະຫາອຳນາດໃຫຍ່ໆໄດ້ສລາຍຕົວລົງກໍປະກົດໃຫ້ເຫັນໃນສັຕວັດທີ 20 ນີ້ເອງ ແລະ ປະຊາຊາດທົ່ວໂລກຍັງເປັນສັກຂີພຍານ ແລະ ອາດເຂົ້າໃຈໃນຄວາມຄຽດແຄ້ນ ຫຼື ພູມໃຈຕາມເຂົາເຈົ້າ ແຕ່ເມື່ອເຮົາເອງເປັນຜູ້ຮັບເຄາະແລ້ວ ເຮົາຈະແບກເຄາະນີ້ໄປເຖິງວັນຕາຍ ຫຼື ໃດ?
ໃນບົດຄວາມນີ້ຜູ້ຂຽນສເຫນີຂໍ້ຄິດສ່ວນຕົວ ດ້ວຍຄວາມຫວັງໃນທາງບວກ ເພື່ອຊີ້ໃຫ້ຜູ້ອ່ານເຂົ້າໃຈເຖິງຄວາມເລີກແລະຕື້ນໃນ “ຄວາມຮັກປະເທດ ຮັກຄວາມເປັນລາວ” ແທ້ໆຂອງຄົນລາວຜູ້ຢູ່ໄກບ້ານເກີດເມືອງນອນ ແລະ ເປັນຜູ້ທີ່ໄດ້ຮັບເຄາະຈາກຄວາມປ່ຽນແປງຂອງປວັດສາດລາວ ພ້ອມດຽວກັນກໍເພື່ອຊາວໜຸ່ມ ແລະ ລູກໆຫຼານໆຜູ້ເກີດໃໝ່ໃຫຍ່ລຸນ ຜູ້ທີ່ບໍ່ມີເຄາະຈາກການຜັນແປຂອງປວັດສາດລາວແຕ່ກໍພູມໃຈໃນຄວາມເປັນລາວ ແລະ ມໍຣະດົກລາວດ້ວຍ.
ພຣະຣາຊອານາຈັກລາວ 1955-1975
ທຸງລາວທີ່ໃຊ້ກັນມາໃນສໄໝຣາຊອານາຈັກລາວ (ຢ່າເອົາປົນກັນກັບທຸງຂອງຣາຊບັນລັງ) ເປັນທຸງສອງສີ ມີຊ້າງສາມຫົວສີຂາວ ຫຼື ຊ້າງເອຣາວັນ ຢືນຢູ່ໃຈກາງ ແລະ ຢືນຢູ່ເທິງບັນໃດສີຂາວ ຫ້າຖານຊຶ່ງໝາຍເຖິງການປົກຄອງດ້ວຍຣັຖທັມມະນູນ ແລະ ກັ້ງດ້ວຍກ້ານຮົ່ມຂາວເຈັດຊັ້ນ ຊຶ່ງໝາຍເຖິງບາຣະມີຂອງພຣະເຈົ້າມະຫາຊີວິດຜູ້ປົກຄອງແຜ່ນດິນດ້ວຍສິລທັມ ແລະ ໃຫ້ຄວາມຮົ່ມເຢັນແກ່ໃຜ່ຟ້າຂ້າແຜ່ນດິນ. ທຸງນີ້ມີພື້ນສີແດງ ຊຶ່ງສະແດງເຖິງຄວາມເກັ່ງກ້າ ແລະ ເສັຽສລະຊີພດ້ວຍເລືອດຂອງວິຣະຊົນເພື່ອຮັກສາໄວ້ຊຶ່ງແຜ່ນດິນລາວ.
ຊ້າງຖືວ່າເປັນສັດທີ່ມີສັນຍາລັກແຫ່ງຄວາມຍິ່ງໃຫຍ່ ຄວາມຮັ່ງມີ, ຄວາມສລາດ, ຄວາມເປັນຜູ້ນຳ[1] ພວກພຣະຣາຊາໃນສໄໝບູຮານ ຈະມີຊ້າງຫຼາຍໆຝູງ ເພື່ອໃຊ້ເປັນພາຫານະເວລາອອກເສິກສົງຄາມ ແລະ ພາຫະນະແຫ່ແຫນໃນງານບຸນສລອງຕ່າງໆເມືອງບ້ານເມືອງສງົບ, ຊ້າງເຜືອກຖືວ່າເປັນຊ້າງພິສດານ ຖ້າຜູ້ໃດໄດ້ພົບເຫັນກໍມັກຄ້ອງໄປຖວາຍພຣະຣາຊາ ແລະ ຈະຖືວ່າເປັນຊ້າງມິ່ງເມືອງ ແລະ ຖືກັນວ່າປະເທດຊາດຈະຮຸ່ງເຮືອງ, ຢູ່ຊຸ່ມກິນເຢັນ ມີຄວາມສງົບສຸຂ. ໃນເທພນິຍາຍຂອງອິນເດັຽ ຊ້າງເອຣາວັນ (ປ.)[2] ຫຼື ໄອຣະວັນ (ສ.) [3]ເປັນຊ້າງສາມຫົວ-ຊຶ່ງພຣະອິນຜູ້ເປັນເຈົ້າໃນສາສນາຮິນດູໃຊ້ຂີ່ເປັນຍານພາຫະນະ.
ປະເທດລາວມີປວັດສາດຍາວນານ ແລະມີເຈົ້າມະຫາຊີວິດປົກຄອງຣາຊດອນມາຫຼາຍໆອົງ ແລະ ຫຼາຍໆສໄໝ ພ້ອມດຽວກັນ ພົງສາວະດານກໍບົ່ງບອກວ່າ ເຮົາໄດ້ຖືກຮຸກຮານແລະຮາວີຈາກເສິກເສືອ ແລະຕ້ອງອົພຍົບຫຼົບໜີພັຍ ແລະບາງເທື່ອກໍໄດ້ຕົກເປັນຫົວເມືອງຂຶ້ນ ຂອງປະເທດທ່ີກະຫາຍສົງຄາມຮອບດ້ານ. ການທ້ອນໂຮມລາວໃນຄັ້ງທຳອິດທ່ີເຮົາພໍຍຶດເອົາເປັນຫຼັກໄດ້-ຈາກອານາຈັກນ້ອຍໆຫຼາຍໆອານາຈັກເຂົ້າເປັນອານາຈັກລ້ານຊ້າງ ນັບແຕ່ສິບສອງພັນນາ (ຕາເວັນຕົກສຽງເໜືອ), ສິບສອງເຈົ້າໄທ (ຕາວັນອອກສຽງເໜືອ), ຊຽງຂວາງ, ຈຳປາສັກ ຮອດເຂດພູພຽງໂຄຣາດ (ປັດຈຸບັນ ເປັນຂອງໄທ)-ໃນຣາຊການເຈົ້າຟ້າງຸ່ມຊຶ່ງຂຶ້ນສເວີຍຣາຊ ເມື່ອປີ 1353[4] ແຕ່ໜ້າເສົ້າໃຈ ຍ້ອນຄວາມບໍ່ປອງດອງກັນ ໃນສໄໝຕໍ່ໆມາ ອານາຈັກລ້ານຊ້າງໄດ້ຖືກແບ່ງແຍກ ແລະໃນທີ່ສຸດກໍຖືກຍາດແຍ່ງຈາກອິດທິພົນພາຍນອກແລະຕົກເປັນຫົວເມືອງຂຶ້ນຂອງຕ່າງດ້າວຫຼາຍວັກຫຼາຍຕອນ.
ທຸງຊ້າງສາມຫົວນີ້ ໄດ້ສະຖາປະນາຂຶ້ນເປັນສັນຍາລັກໃນການທ້ອນໂຮມສາມອານາຈັກໃຫຍ່ (ຫຼວງພຣະບາງ, ວຽງຈັນ ແລະ ຈຳປາສັກ) ທີ່ເຫຼືອຈາກອານາຈັກລ້ານຊ້າງອັນກວ້າງໃຫຍ່ໄພສານມາຫຍໍ້ເຂົ້າ ເປັນຣາຊອານາຈັກລາວ ດັ່ງທ່ີເຮົາໄດ້ເຫັນກັນທຸກວັນນີ້. ທຸງຊ້າງສາມຫົວນີ້ ໃຊ້ເປັນທຸງທາງການເພື່ອສະແດງເຖິງຄວາມເປັນເອກຣາດຂອງລາວ ເມື່ອໄດ້ເຂົ້າເປັນສະມາຊິກໃນອົງການສະຫາປະຊາຊາດເມື່ອວັນທີ 24 ເດືອນທັນວາ ປີ 1955 ແລະທຸງນີ້ໄດ້ປິວສະບັດຢູ່ທີ່ສະຫາປະຊາຊາດ ຈົນເຖິງປີ 1975 ເມື່ອມີການປ່ຽນແປງລະບົບການປົກຄອງ.
ສາທາຣະນະຣັຖປະຊາທິປະໄຕປະຊາຊົນລາວ 1975-ປັດຈຸບັນ
ທຸງນິ້ເປັນທຸງທີ່ພັກຄອມມຸນິດ ຊຶ່ງເປັນພັກຄັດຄ້ານຣາຊອານາຈັກໄດ້ໃຊ້ໃນເວລາຕໍ່ສູ້ເພື່ອການປະຕິວັດ ເມື່ອພັກຄອມມຸນິດເປັນຝ່າຍຊນະ ແລະໄດ້ກຳອຳນາດເມື່ອປີ 1975 ແລະ ຣາຊບັນລັງທີ່ສຶບກັນມາຫຼາຍສໄໝກໍໄດ້ສິ້ນສຸດລົງ. ພຣະຣາຊອານາຈັກລາວໄດ້ກາຍມາເປັນສາທະຣະນະຣັຖປະຊາທິປະໄຕປະຊາຊົນລາວ ຊຶ່ງ ປະກາດໃຊ້ທຸງນີ້ເປັນທາງການແຕ່ປີ 1975ເປັນຕົ້ນມາ. ທຸງນີ້ມີສາມສີ ຂອບເທິງແລະລຸ່ມເປັນສີແດງທາງຍາວ ສີຟ້າຜ່ານກາງ ແລະ ມີຮູບພຣະຈັນເຕັມດວງຢູ່ໃຈກາງຂອງສີຟ້ານີ້. ສີແດງບອກເຖິງສາຍເລືອດທີ່ນັກສູ້ເພື່ອການປະຕິວັດໄດ້ລັ່ງລົງເພື່ອຍາດເອົາຄວາມອິສຣະ; ສີຟ້າ ໝາຍເຖິງຄວາມມັ່ງມີດ້ວຍຊັພຍາກອນທັມມະຊາດ ແລະ ສີຂາວຂອງເດືອນເພັງເທິງສາຍນ້ຳຂອງ ໝາຍເຖິງຄວາມສາມັກຄີຂອງຊົນຊາດຊົນເຜົ່າຕ່າງໆທີ່ມີທົ່ວປະເທດຢູ່ພາຍໃຕ້ການປົກຄອງຂອງພັກ. ທຸງ “ດວງພຣະຈັນ” ນີ້ ໄດ້ປິວສະບັດແທນທຸງ “ຊ້າງສາມຫົວ” ຢູ່ທ່າມກາງທຸງຕ່າງໆຂອງສະມາຊິກສະຫາປະຊາຊາດທ່ີນະຄອນນິວຢ໊ອກ ຕັ້ງແຕ່ປີ 1975 ມາເຖິງປັດຈຸບັນ.
ປະເທດລາວເປັນປະເທດທີ່ມີປວັດສາດຍາວນານ ມີກຳເນີດມາແຕ່ສໄໝ “ດຶກດຳບັນ” ມີແຜ່ນດິນກວ້າງໃຫຍ່ໄພສານ ແລະ ອຸດົມສົມບູນ ມີອະຣິຍະທັມ ແລະ ວັທນະທັມທີ່ຈະເລີນ ບໍ່ນ້ອຍໜ້າຜູ້ໃດຕາມກາລສໄໝ, ປະຊາຊົນລາວໄດ້ມີໂອກາດສ້າງສາວັດວາອາຮາມ ແລະຜ່ານໂອກາດແຫ່ງຄວາມສີວິໄລ ແລະ ສງົບສັນຕິເປັນລະຍະຍາວ ແຕ່ໜ້າເສັຽໃຈທີ່ລາວເອງກໍບໍ່ໄດ້ປອດບັນຫາການເມືອງ ແລະສັງຄົມຕລອດມາ, ບັນຫາໃຫຍ່ ຊຶ່ງເປັນຕົ້ນເຫດໃນຄວາມແຕກແຍກຊຶ່ງພາໃຫ້ລາວບໍ່ໝັ້ນຄົງ ກໍຍ້ອນຄວາມຜິດຂ້ອງຕ້ອງຖຽງແຍ້ງຊິງບັນລັງລະຫວ່າງເຊື້ອພຣະວົງໃນບາງສໄໝ ຊຶ່ງເຮັດໃຫ້ລາວອ່ອນກຳລັງ ແລະຕົກເປັນເຫຍື່ອຂອງພວກປະເທດກະຫາຍສົງຄາມທີ່ຢາກແຜ່ອິທິພົນຂອງເຂົາ ແຜ່ນດິນລາວຈຶ່ງນ້ອຍລົງໆ.[5]
ທຸງນີ້ ເປັນສິ່ງໃໝ່ທີ່ການເມືອງໂລກຊີ້ບອກວ່າ ປະເທດຕ່າງໆຄວນມີເພື່ອອ້າງຫຼັກຖານໃນຄວາມເປັນເອກຣາດ ມີວັທນະທັມ ແລະ ພາສາທີ່ໝັ້ນຄົງ. ປວັດສາດລາວເຮົານັ້ນມີມາແສນຍາວນານຕໍ່ເນື່ອງມາຫຼາຍສັຕວັດ ມີພຣະມະຫາກະສັດຫຼາຍສໄໝ ແລະຫຼາຍເຊັ່ນຄົນ ແຕ່ປະເທດລາວມາໃຊ້ທຸງອວດອ້າງຊາວໂລກກໍມີພຽງແຕ່ 50 ປີກວ່າໆເທົ່ານັ້ນ (ທຸງທັງສອງແບບທີ່ຮວມຢູ່ໃນກຸ່ມສະຫະປະຊາຊາດ ແລະບໍ່ນັບທຸງຂອງຄອບຄົວຣາຊວົງກ່ອນໜ້ານັ້ນ). ເມື່ອຄົນລາວຜູ້ທີ່ໄດ້ຢູ່ໃນລະບອບຣາຊອານາຈັກ ພາຍໃຕ້ທຸງ “ຊ້າງສາມຫົວ” ໄດ້ພັດຖິ່ນຖານຍ້ອນຄວາມປ່ຽນແປງ ຄວາມຄຽດແຄ້ນ ແລະ ອາລັຍອາວອນໃນສິ່ງທີ່ຫວງແຫນເຊັ່ນທຸງ ຊຶ່ງຕົນໄດ້ຕໍ່ສູ້ເພື່ອປ້ອງກັນ ແລະ ຖືວ່າເປັນສັນຍາລັກຂອງຄວາມເປັນອິສຣະ ແລະຄວາມມີເອກຣາດກໍຍ່ອມມີຫຼາຍ ແລະກໍບໍ່ແຕກຕ່າງຫຍັງກັນກັບພວກຮັກທຸງ “ດວງພຣະຈັນ”.
ໃນເມື່ອຕ່າງຝ່າຍຕ່າງມີຄວາມເຫັນຄວາມຮັກແລະນັບຖືບໍ່ກົງກັນ ກ່ຽວກັບເລື່ອງທຸງລາວນີ້ ເນື່ອງຈາກຄວາມເຫັນທາງການເມືອງບໍ່ກົງກັນ ເຮົາຄວນພິຈາຣະນາວ່າ ຄວາມຮັກຂອງຄົນລາວຕໍ່ຄຳວ່າ “ລາວ” ນັ້ນ ໝາຍເຖິງຫຍັງກັນແທ້. ເຮົາຮັກເຊື້ອຊາດ ມໍຣະດົກອັນຮັ່ງມີດີງາມຂອງລາວ ຫຼື ອັນໃດກັນແທ້? ລູກລາວຫຼານລາວຜູ້ເກີດ ແລະ ເຕີບໂຕຢູ່ຕ່າງແດນ ຫ່າງໄກບ້ານເກີດເມືອງນອນ ບໍ່ໄດ້ຮູ້ເຫັນ ຫຼື ປະສົບປະການພໍລາງໆ ກ່ຽວກັບຄວາມຜັນແປຂອງປະເທດຊາດໃນລະຍະ ເຄິ່ງສັຕວັດ ທີ່ຜ່ານມາ ເຂົາເຈົ້າກະຫາຍຢາກຮຽນຮູ້ ຮີດຄອງປະເພນີ ກາບກອນ ວັນນະຄະດີ ແລະ ມໍຣະດົກ ອັນລ້ຳຄ່າ ຊຶ່ງນອກຈາກວັດຖຸແລ້ວ ກໍມີຄວາມເອື້ອເຟື້ອ ເພື່ອແຜ່ ຄວາມກະຕັນຍູກະຕະເວທີ ຄວາມຮັກແພງ ແລະ ແບ່ງປັນຕ່າງໆ ທີ່ເປັນນິໄສ ແລະເອກລັກອັນດີຂອງລາວເຮົາ ສິ່ງນີ້ເປັນສິ່ງທີ່ຊາວໜຸ່ມຢາກຮຽນຮູ້ ແລະ ສົນໃຈ ສ່ວນທຸງນັ້ນ ເປັນພຽງສ່ວນປະກອບເພື່ອຊີ້ບອກຄວາມປ່ຽນແປງໃນປວັດສາດຂອງລາວເທົ່ານັ້ນ.
ສະນັ້ນ ຖ້າເຮົາອ້າງວ່າເຮົາຮັກລາວ ເຮົາຮັກລາວແບບໃດແທ້ ຫຼື ຮັກແລະບູຊາສິ່ງທີ່ເຮົາພໍໃຈ ແລະ ມີຄວາມໝາຍສຳລັບເຮົາສ່ວນຕົວ ແລະກຸ່ມພວກຂອງເຮົາໃນລະຍະນຶ່ງເທົ່ານັ້ນ? ຖ້າເຮົາຮັກຄວາມເປັນລາວແທ້ ເຮົາຄວນມອງຂ້າມເລື່ອງທຸງນີ້ໄດ້ ເພາະທຸງນີ້ ເປັນສິ່ງທີ່ແກ້ໄຂ ແລະ ດັດແປງໄດ້ຕາມຄວາມຄິດຂອງຜູ້ນຳທີ່ສາຍຕາສັ້ນ ຫວັງທ້າທາຍຄວາມຈົງຮັກພັກດີຂອງມວນຊົນໄດ້ທຸກຍຸກທຸກສໄໝ. ສ່ວນຄົນລາວເດ້ ຈະຮັບຮູ້ພຽງທຸງໃດທຸງຫນຶ່ງ ທຸງດຽວເທົ່ານັ້ນບໍ? ຖ້າເຮົາຮັບໄດ້ເຊັ່ນນັ້ນກໍສະແດງວ່າເຮົາປະຕິເສດເດັດຂາດວ່າປະເທດລາວມີອາຍຸແສນສັ້ນ ເພາະຕ່າງຝ່າຍກໍບໍ່ຮັບຮູ້ຊຶ່ງກັນແລະກັນ ສ່ວນຄົນລາວຜູ້ທ່ີສີວີໄລ ແລະມອງການໄກ ອາດຈະຖືເອົາຄວາມເປັນລາວສຳຄັນກວ່າ ແລະ ພ້ອມແລ້ວທີ່ຈະຊ່ວຍກັນຮັກສາມໍຣະດົກອັນລ້ຳຄ່າ ແລະ ດີງາມເພື່ອລູກໆຫຼານໆ ເຖິງຈະຕົກຢູ່ແດນໃດກໍຕາມ ຄວາມມີມາຣະຍາດດີ ໃຫ້ກຽດ ແລະ ຊ່ວຍເຫຼືອຊຶ່ງກັນແລະກັນນັ້ນ ເປັນສົມບົດ ແລະ ສັນຍາລັກອັນປະເສີດ ທີ່ຊາວລາວຄວນຊ່ວຍກັນຖນອມໄວ້.
__________________________
Footnotes
[1] ຄັນເຈົ້າໄດ້ຂີ່ຊ້າງກັ້ງກ້ານຮົ່ມເປັນພຍາ ຢ່າໄດ້ລືມເສນາຜູ້ແຫ່ແຫ່ນນຳຕີນຊ້າງ (ພາສິດບູຮານ)
[2] ປ. ຫຍໍ້ຈາກ ປາລີ
[3] ສ. ຫຍ້ໍຈາກ ສັນສະກຣິດ
[4] ພົງສາວະດານລາວ
[5] ibid
Sources
De Berval, Rene. Kingdom of Laos: The Land of Million Elephants and the White Parasol.
A. Beautemps Co., Ltd., Limoges, France, 1959 (English Edition).
Butcher, Tom and Ellis, Dawn. Laos. A wol book by Pallas Athene. London. 1993.
Stuart-Fox, Martin. A History of Laos. Cambridge University Press, 1997.
ວີຣະວົງສ໌, ມະຫາ ສິລາ. ພາສິດບູຮານລາວ. ວຽງຈັນ
ວີຣະວົງສ໌, ມະຫາ ສິລາ. ພົງສາວະດານລາວ. ວຽງຈັນ
