Bakka Magazine

Volume 2 No. 21

View Editorial List

Change font size:
a A
The following browsers are recommended for viewing this site:
Download Firefox (Mac/PC) | Download IE7 (PC only) | Download Safari (Mac only)
CLICK on the link below to download Lao font in order to read articles written in Lao:
 

Sunday, July 06, 2008 3:00 pm EST

ໄປລົງຄະແນນສຽງເລືອກຕັ້ງ ປີ 2008

ພັກນິຍົມຣະບອບປະຊາທິປະໄຕ ຫຼື ພັກນິຍົມຣະບອບສາທາຣະນະຣັຖ

ແປດປີກໍ່ໄດ້ຜ່ານຜົນໄປຢ່າງວ໋ອງໄວທີ່ ທ່ານ ໂຈຈ໌ ດາບບັນຢູ່ ບູຊ໌ ໄດ້ຂຶ້ນຄອງບໍຣິຫານປະເທສ ເປັນປະທານາທິບໍດີ ແລະ ປະຊາຊົນກໍ່ບໍ່ພໍໃຈນຳທ່ານບູຊ໌ທີ່ໄດ້ນຳເອົາສະຫາຣັຖໄປຕີສົງຄາມກັນ ກັບປະເທສອີຣັກ ຊຶ່ງທະຫານອາເມຣິກັນກໍ່ໄດ້ຖືກຍິງຂ້າຕາຍຢ່າງຫຼວງຫຼາຍ.

ການໂຄສະນາຫາສຽງລົງຄະແນນເລືອກຕັ້ງເອົາປະທານາທິບໍດີປະເທສຜູ່ໃໝ່ໃນຄັ້ງນີ້ ຈຶ່ງໄດ້ມີການຖົກຖຽງພິຈາຣະນາກັນຢ່າງດຸເດືອດ. ທາງຝ່າຍພັກນິຍົມຣະບອບປະຊາທິປະໄຕ ກໍ່ໄດ້ມີແດ່ຍານາງແລະຍາທ່ານທັງຫຼາຍ ຄື:

ຍານາງ ຮິລ໌ເລີລີ ຄລິນເທິນ
ທ່ານ ບາລັກ ໂອບາມາ
ທ່ານ ຈອນ ແອດເວີຊ໌
ທ່ານ ເດັນເນຊ໌ ຄູເສັນເນຈ໌
ແລະ ທ່ານ ໄມຂ໌ ກຣາແວວ

ທາງຝ່າຍພັກນິຍົມຣະບອບສາທາຣະນະຮັຖກໍ່ມີແດ່ຍານາງແລະຍາທ່ານທັງຫຼາຍ ແຕ່ ມີພຽງຫ້າຄົນເທົ່ານັ້ນທີ່ມີສຽງຫຼາຍກວ່າໝູ່ ຄື:

ທ່ານ ຈອນ ມິກເຄນ
ທ່ານ ໄມຂ໌ ຮັກກະບີ
ທ່ານ ມິດ ຣອມນີ
ທ່ານ ຣູດີ ຈູລີອານນີ
ທ່ານ ຣອນ ພໍ່
ແລະ ທ່ານ ແຟຼດ ທອມຊັນ

ຊຶ່ງທັງສອງຝ່າຍກໍ່ໄດ້ມີການຖົກຖຽງພິຈາຣະນາກັນວ່າ ຜູ່ໃດແທ້ ທີ່ມີແຜນການດີໆທີ່ຈະບໍຣິຫານ ປະເທສໄດ້ດີ. ປັນຫາຕ່າງໆທີ່ປະຊາຊົນຢາກຮູ້ວ່າປະທານາທິບໍດີຜູ່ໃໝ່ຈະແກ້ໄຂນັ້ນ ກໍ່ມີຫຼາຍ ປັນຫາ ຄື: ເສດຖາກິຈ ສົງຄາມກັບອີຣັກ ເຣື່ອງສາທາຣະນະສຸຂ ແລະ ເຮື່ອງຊາວຕ່າງຖິ່ນທີ່ເຂົ້າ ອອກປະເທສໂດຍທີ່ບໍ່ມີໜັງສືແລະບັດປະຈຳຕົວທີ່ແຈ້ງວ່າ ເປັນຊາວອາເມຣິກັນແທ້.

ຄົນລາວທີ່ຢູ່ອາເມຣິກາ ບາງຄົນກໍ່ຕົກຢູ່ໃນກໍລະນີນີ້ ເພາະ ບາງຄົນກໍ່ລັກເຂົ້າປະເທສ ໂດຍທີ່ບໍ່ໄດ້ມີເອກກະສານທາງການທີ່ແທ້ຈິງ. ແລ້ວ ຖ້າຜູ່ໃດຜູ່ນຶ່ງ ເຮັດຜິດກົດໝາຍ ກໍ່ຈະຖືກຈັບເຂົ້າຂຸກໂດຍທີ່ບໍ່ຮູ້ເລີຍວ່າ ຈະໄດ້ມີໂອກາດເອົາຄະດີຂອງຕົນໄປຂຶ້ນສານ. ເພາະສະນັ້ນ ຄົນລາວທີ່ຍັງບໍ່ໄດ້ໄປ ເສັງເອົາ ແລະ ປຽນສັນຊາດເປັນອາເມຣິກັນນັ້ນ ກໍ່ຈະຕ້ອງຟ້າວຝັ່ງໄປຮຽນປະວັດສາດອາເມຣິກາ ແລະໄປຍຶນເອົາເອກກະສານປ່ຽນສັນຊາດດ່ວນ.

Vote 2008.

< Back to Front Page.